ເພີ່ມທະວີການສົມທົບກັນໃນການປົກປ້ອງຜູ້ອອກແຮງງານ

(VOVWORLD) -3 ອົງການກໍ່ເຫັນດີຮັບປະກັນການແບ່ງປັນ, ໄຈ້ແຍກຕີລາຄາ, ປະກາດໃຊ້ບັນດານະໂຍບາຍກົດໝາຍທີ່ກ່ຽວຂ້ອງເຖິງສິດ, ພັນທະ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ…

ເພີ່ມທະວີການສົມທົບກັນໃນການປົກປ້ອງຜູ້ອອກແຮງງານ - ảnh 1 ພິທີລົງນາມໃນໂຄງການສົມທົບວຽກງານໄລຍະ 2019 – 2023

(ພາບ: baodansinh.vn)

ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ວັນທີ 17 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ດຳເນີນການລົງນາມໃນໂຄງການສົມທົບວຽກງານໄລຍະ 2019 – 2023.

        ຕາມນັ້ນແລ້ວ, 3 ອົງການດັ່ງກ່າວໄດ້ເຫັນດີສ້າງຕັ້ງກົນໄກຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ເຈລະຈາເພື່ອແກ້ໄຂບັນດາບັນຫາສົ່ງຜົນກະທົບເຖິງຜູ້ອອກແຮງງານເປັນຈຳນວນຫຼວງຫຼາຍ, ວິສາຫະກິດ ເພື່ອແນໃສ່ສ້າງການພົວພັນກັບຜູ້ອອກແຮງງານ, ຄວາມກົມກຽວ, ສະຖຽນລະພາບ ແລະ ຄວາມກ້າວໜ້າ. 3 ອົງການກໍ່ເຫັນດີຮັບປະກັນການແບ່ງປັນ, ໄຈ້ແຍກຕີລາຄາ, ປະກາດໃຊ້ບັນດານະໂຍບາຍກົດໝາຍທີ່ກ່ຽວຂ້ອງເຖິງສິດ, ພັນທະ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ… ທ່ານ ຮ່ວາງກວາງຟ່ອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ເນັ້ນໜັກວ່າ.

        “VCCI ແລະ ສະຫະພັນໃຫຍ່ແຮງງານຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບັນດາການເຄື່ອນໄຫວທີ່ໄດ້ສົມທົບກັນຜັນຂະຫຍາຍຢ່າງມີປະສິດທິຜົນໃນໄລຍະຜ່ານມາ. ພ້ອມທັງເປີດກວ້າງບັນດາການເຄື່ອນໄຫວຢ່າງລະອຽດ. 2 ຝ່າຍສືບຕໍ່ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເຂົ້າຮ່ວມການສ້າງກົນໄກ 3 ຝ່າຍລະດັບຊາດໃຫ້ສົມບູນແບບ ເພື່ອແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງການພົວພັນກັບຜູ້ອອກແຮງງານ”

ຕອບກັບ

ຂ່າວ/ບົດ​ອື່ນ