ເພີ່ມທະວີການສົມທົບຮັບໃຊ້ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ

ເພີ່ມທະວີການສົມທົບຮັບໃຊ້ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ - ảnh 1
ກອງ​ປະຊຸມ​ກ່ຽວ​ກັບ​ວຽກ​ງານ​ສົມທົບ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາຂອງສະພາແຫ່ງຊາດ
ພາບ:baoquangngai.vn


​ (vovworld) ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີ່ງງອກ​ເຊີນ, ຕອນ​ເຊົ້າ​ວັນ​ທີ 24/2 ຢູ່ ຮ່າ​ໂນ້ຍ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ກ່ຽວ​ກັບ​ວຽກ​ງານ​ສົມທົບ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ. ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ພິ​ເສດ​ໃນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ, ບັນດາ​ຜູ້​ແທນ​ສະ​ເຫ​ນີ ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຄວນ​ເພີ່​ມທະວີ​ການ​ຕິດຕາມ​ກວດກາ​ດ້ວຍ​ລາຍ​ລັກ​ອັກສອນ, ຕາມ​ຫົວ​ເລື​່ອງສະ​ເພາະ ​ແລະ ພິ​ເສດ ຄວນ​ກະກຽມ​ລາຍການ​ຕິດຕາມ​ກວດກາ ຢ່າງ​ລອບ​ຄອບ​ຖິ່ຖ​້ວນ. ບັນດາ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຕ້ອງ​ເຮັດ​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ເປົ້າ​ໝາຍ, ​ເນື້ອ​ໃນ​ຕິດຕາມ​ກວດກາ, ຖ້າ​ຫາກ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ສະ​ເຫ​ນີ​ເພື່ອ​ແກ​້​ໄຂ, ຫລີກ​ລ້ຽງ​ການ​ສະຫລຸບ​ການ​ຕິດຕາມ​ກວດກາແບບ​ລວມໆ.

ສະຫລຸບ​ກອງ​ປະຊຸມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ສະ​ເຫ​ນີບັນດາ​ຫົວຫນ່ວຍ ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຕິດ​ຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຄວນ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ອົງການ​ກ່ຽວ​ຂ້ອງ, ລາຍ​ງານ​ການ​ຕິດຕາມ​ກວດກາ​ຕ້ອງ​ມີ​ຄຸນ​ນະພາ​ບ, ຕອບ​ສະຫນອງ​ໃຫ້​ແກ່​ບັນດາ​ສະ​ໄຫມ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ວາລະ​ປະຊຸມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ​ຄື​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ