ເພີ​່ມ​ທະ​ວີ​ການ​ຮ່ວມ​ມື ແລະ ເປີດ​ກ້​ວາງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຕັງ​ຊາ​ນີ

(VOVWORLD) - ຕອນບ່າຍວັນທີ 2 ສິງຫາ, ຢູ່ Dar es Salaam, ທ່ານ ຫງວຽນນາມຕ໊ຽນ ເອກອັກຄະລັດຖະທູດຫວຽດນາມ ໄດ້ຢື່ນສາຕາຕັ້ງເຖິງທ່ານ John Pombe Joseph Magufuli ປະທານາທິບໍດີ ຕັງຊານີ. 
ເພີ​່ມ​ທະ​ວີ​ການ​ຮ່ວມ​ມື ແລະ ເປີດ​ກ້​ວາງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຕັງ​ຊາ​ນີ - ảnh 1Halotel ແມ່ນບໍລິສັດໂທລະຄົມມະນາຄົມອັນໜຶ່ງດຽວສາມາດແຊກຊຶມເຂົ້າເຂດຫ່າງໄກຊອກຫຼີກຂອງຕັງຊານີ (ພາບ: TTXVN) 

ທີ່ການຕ້ອນຮັບ, ທ່ານປະທານາທິບໍດີ Magufuli ໄດ້ຢັ້ງຢືນວ່າ ຕັງຊານີຍາມໃດກໍ່ສະໜັບສະໜູນຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ວິສາຫະກິດຫວຽດນາມ ຍູ້ແຮງການຮ່ວມມື, ການລົງທຶນຢູ່ ຕັງຊານີ, ເປັນຕົ້ນແມ່ນການລົງທຶນສ້າງໂຮງງານປຸງແຕ່ງໝາກມ່ວງຫິມະພານ.

ສ່ວນທ່ານ ຫງວຽນນາມຕ໊ຽນ ກໍ່ໄດ້ສະເໜີໃຫ້ 2 ຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ແລະ ສົມທົບກັນຢ່າງແໜ້ນແຟ້ນກ່ວາອີກຢູ່ບັນດາເວທີປາໄສຫຼາຍຝ່າຍ, ລົງນາມບັນດາເອກະສານຮ່ວມມືສອງຝ່າຍໂດຍໄວເພື່ອແນໃສ່ສ້າງກອບນິຕິກຳໃຫ້ແກ່ການພົວພັນສອງຝ່າຍ, ສ້າງເງື່ອນໄຂໃຫ້ແກ່ບໍລິສັດ Halotel (ບໍລິສັດຮ່ວມດຳເນີນທຸລະກິດ ຂອງ Viettel ຢູ່ ຕັງຊານີ) ມີການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ສະດວກຢູ່ປະເທດປະຈຳຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ