ເພີ່ມທະວີການຮ່ວມມືຄົ້ນຄວ້າທິດສະດີລະຫວ່າງ ຫວຽດນາມ - ລາວ

(VOVWORLD) - 2 ຝ່າຍສະແດງຄວາມປາດຖະໜາວ່າ 2 ສະພາທິດສະດີ, 2 ສະຖາບັນ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ສະຫຼຸບພຶດຕິກຳຕົວຈິງ, ໂດຍສະເພາະແມ່ນ ບັນຫາໃໝ່ທີ່ກຳລັງວາງອອກ
ເພີ່ມທະວີການຮ່ວມມືຄົ້ນຄວ້າທິດສະດີລະຫວ່າງ ຫວຽດນາມ - ລາວ - ảnh 1ທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ລາວ ຕ້ອນຮັບທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ວັນທີ 06 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ປະເທດ ລາວ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ, ໄດ້ພົບປະກັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ລາວ ແລະ ເຮັດວຽກກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ.

        ທີ່ບັນດາການເຮັດວຽກ, 2 ຝ່າຍຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ 2 ສະພາທິດສະດີສູນກາງຂອງ 2 ພັກ, ກໍຄືຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ລາວ ໃນໄລຍະຜ່ານມາ; ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານຄົ້ນຄວ້າທິດສະດີ, ພຶດຕິກຳຕົວຈິງ ແລະ ບຳລຸງສ້າງພະນັກງານ; ສະແດງຄວາມປາດຖະໜາວ່າ 2 ສະພາທິດສະດີ, 2 ສະຖາບັນ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ສະຫຼຸບພຶດຕິກຳຕົວຈິງ, ໂດຍສະເພາະແມ່ນ ບັນຫາໃໝ່ທີ່ກຳລັງວາງອອກ; ຍົກສູງປະສິດທິຜົນໃນວຽກງານການສຶກສາ, ບຳລຸງສ້າງພະນັກງານຊ່ວຍ ລາວ.

        ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນຊວັນທັງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ ແລະ ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ລາວ; ໄປຢ້ຽມຢາມທະນາຄານອຸດສາຫະກຳການຄ້າ ຫວຽດນາມ ຈຳກັດ ຢູ່ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ