ເພີ່ມທະວີການຮ່ວມມືທາງດ້ານສື່ສານລະຫວ່າງ VOV ແລະ ວິທະຍຸກະຈາຍສຽງ ໂມຊຳບິກ

(VOVWORLD) -2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດຖະແຫຼງຂ່າວ, ສື່ສານເວົ້າລວມ ແລະ ກາລະໂອກາດຮ່ວມມືລະຫວ່າງ VOV ກັບວິທະຍຸກະຈາຍສຽງ ໂມຊຳບິກ ເວົ້າສະເພາະ.
ເພີ່ມທະວີການຮ່ວມມືທາງດ້ານສື່ສານລະຫວ່າງ VOV ແລະ ວິທະຍຸກະຈາຍສຽງ ໂມຊຳບິກ - ảnh 1 (VOV ແລະ RM ລົງນາມໃນຂໍ້ຕົກລົງຮ່ວມມື)

ວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນເທ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫ້ອງການສື່ສານໂມຊຳບິກ (Gabinfo) ໂດຍທ່ານນາງ Emilia Moaine, ກຳມະການສູນກາງພັກແນວໂຮມປົດປ່ອຍໂມຊຳບິກ (Frelimo), ຜູ້ອຳນວຍການ Gabinfo, ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ VOV.

        ທີ່ການຕ້ອນຮັບ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດຖະແຫຼງຂ່າວ, ສື່ສານເວົ້າລວມ ແລະ ກາລະໂອກາດຮ່ວມມືລະຫວ່າງ VOV ກັບວິທະຍຸກະຈາຍສຽງ ໂມຊຳບິກ ເວົ້າສະເພາະ. ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໊ກີ ເນັ້ນໜັກວ່າ, VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດ ໂມຊຳບິກ ຄວນເພີ່ມທະວີການຮ່ວມມື ເພື່ອເສີມຂະຫຍາຍທ່າແຮງ ແລະ ຈຳກັດບັນດາສິ່ງທ້າທາຍ.

        ເນື່ອງໃນໂອກາດນີ້, ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໊ກີ໋ ແລະ ທ່ານ Abdul Naguibo Abdula, ປະທານສະພາບໍລິຫານວິທະຍຸກະຈາຍສຽງແຫ່ງຊາດໂມຊຳບິກ (RM) ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ VOV ແລະ RM. ກ່າວຄຳເຫັນພາຍຫຼັງພິທີລົງນາມ, ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໊ກີ໋, ເນັ້ນໜັກວ່າ.

        “ການລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ VOV ແລະ RM ໄດ້ສ້າງກອບກົດໝາຍຢ່າງໝັ້ນຄົງໃຫ້ແກ່ການຮ່ວມມື, ມິດຕະພາບແບບຍືນຍົງລະຫວ່າງ 2 ອົງການສື່ມວນຊົນຂອງ 2 ປະເທດໃນໄລຍະຈະມາເຖິງ. ຂ້າພະເຈົ້າສະເໜີວ່າ, ພາຍຫຼັງພິທີລົງນາມ, ບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງ 2 ວິທະຍຸ ຈະແລກປ່ຽນເຊິ່ງກັນແລະ ກັນເປັນປະຈຳ, ປຶກສາຫາລືເພື່ອຜັນຂະຫຍາຍການປະຕິບັດບັນດາມາດຕາໃນຂໍ້ຕົກລົງຢ່າງແທດຈິງ ແລະ ມີປະສິດທິຜົນທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ