ເພີ່ມ​ທະ​ວີ​ການຮ່ວມ​ມື​ບັນ​ດາ​ການ​ເຄື່ອນ​ໄຫວກວດ​ສອບ​​ບັນ​ຊີລະ​ຫວ່າງ ຫວຽດ​ນາມ ແລະ ລາວ

(VOVWORLD) -ການນຳອົງການກວດສອບບັນຊີແຫ່ງລັດສອງປະເທດ ໄດ້ເຫັນດີເປັນເອກະພາບຈະສຸມໃສ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນບັນດາເຄື່ອນໄຫວປະຈຳໃນໄລຍະທີ່ຜ່ານມາຄື: ແລກປ່ຽນບັນດາຄະນະຜູ້ແທນຂັ້ນການນຳຄຸ້ມຄອງ, ໜູນຊ່ວຍການກວດສອບບັນຊີແຫ່ງລັດ ລາວ ໃນການບູລະນະລະບອບລະບຽບການ, ຈັດຕັ້ງກົນຈັກ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ.



ເພີ່ມ​ທະ​ວີ​ການຮ່ວມ​ມື​ບັນ​ດາ​ການ​ເຄື່ອນ​ໄຫວກວດ​ສອບ​​ບັນ​ຊີລະ​ຫວ່າງ ຫວຽດ​ນາມ ແລະ ລາວ - ảnh 1 ທ່ານເຈິ່ນຊີແທັງ ຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ (ພາບ: VnExpress)

ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານເຈິ່ນຊີແທັງ ຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ມີການເຈລະຈາທາງອອນລາຍກັບທ່ານ ປະທານອົງການກວດສອບບັນຊີແຫ່ງລັດ ລາວ ມະໄລທອງ ກົມມະສິດ

ການນຳອົງການກວດສອບບັນຊີແຫ່ງລັດສອງປະເທດ ໄດ້ເຫັນດີເປັນເອກະພາບຈະສຸມໃສ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນບັນດາເຄື່ອນໄຫວປະຈຳໃນໄລຍະທີ່ຜ່ານມາຄື: ແລກປ່ຽນບັນດາຄະນະຜູ້ແທນຂັ້ນການນຳຄຸ້ມຄອງ, ໜູນຊ່ວຍການກວດສອບບັນຊີແຫ່ງລັດ ລາວ ໃນການບູລະນະລະບອບລະບຽບການ, ຈັດຕັ້ງກົນຈັກ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ.

ຂະແໜງກວດສອບບັນຊີ ສອງປະເທດ ສືບຕໍ່ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຮ່ວມມື ປີ 2022 ແລະ ຊຸມປີຈະມາເຖິງ ລະຫວ່າງສອງອົງການຢ່າງມີປະສິດທິຜົນ, ແທ້ຈິງ. ສອງຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດອົງການຈັດຕັ້ງ ບັນດາອົງການກວດສອບບັນຊີສູງສຸດ ອາຊີ (ASOSAI) ແລະ ອົງການກວດສອບບັນຊີແຫ່ງລັດສູງສຸດໃນພາກພື້ນ ອາຊຽນ (ASEANSAI) ແລະ ເວທີປາໄສຮ່ວມມືລະຫວ່າງອົງການກວດສອບບັນຊີແຫ່ງລັດ ກຳປູເຈຍ - ລາວ - ຫວຽດນາມ.

ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ຈັດສົ່ງບັນດານັກຊ່ຽວຊານ ຫວຽດນາມ ເຂົ້າຮ່ວມແນະນຳອົງການກວດສອບບັນຊີແຫ່ງລັດ ລາວ ໂດຍກົງ ກ່ຽວກັບບັນດາຂົງເຂດຕາມຄວາມຕ້ອງການຄື ງົບປະມານແຫ່ງລັດ, ລົງທຶນກໍ່ສ້າງພື້ນຖານ, ລັດວິສາຫະກິດ, ລົງທຶນໂຄງການ; ບຳລຸງສ້າງນັກກວດສອບບັນຊີ ອົງການກວດສອບບັນຊີແຫ່ງລັດ ລາວ ຢູ່ ຫວຽດນາມ ແລະ ຢູ່ລາວບົນພື້ນຖານຂໍ້ສະເໜີຂອງຝ່າຍ ອົງການກວດສອບບັນຊີແຫ່ງລັດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ