ເພີ່ມທະວີການຮ່ວມມືປ້ອງກັນຊາດ ລະຫວ່າງຫວຽດນາມ - ອາເມລິກາ

ເພີ່ມທະວີການຮ່ວມມືປ້ອງກັນຊາດ ລະຫວ່າງຫວຽດນາມ - ອາເມລິກາ - ảnh 1
ພົນ​ໂທ ຫງວຽນ​ຈິ໋ວິ້ງ ຕ້ອນຮັບ​ຜູ້ຮັກສາ​ການຊ່ວຍວຽກ
ຂອງ​​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
(ພາບ: qdnd.vn)


(vovworld) - ວັນ​ທີ 28/05, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ ຫງວຽນ​ຈິ໋ວິ້ງ, ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ໄດ້​ຕ້ອນຮັບ​ຜູ້ຮັກສາ​ການຊ່ວຍວຽກຂອງ​​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Joseph Y.Yun ​ເນື່ອງ​​ໃນ​ໂອກາດ​ທ່ານມາ​ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ກ່ຽວ​ກັບ​ອາຊີ - ປາຊີ​ຝີ​ກ ຕາມ​ຂໍ້​ຕົກລົງ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດຂອງ 2 ປະ​ເທດ. ທີ່​ການ​ຕ້ອນຮັບ, ພົນ​ໂທ ຫງວຽນ​ຈິ໋ວິ້ງ ​ໄດ້​ທົບ​ທວນຄືນບັນດາ​ເຫ​ດການ​ຮ່ວມ​ມື​ດ້ານ​ປ​້ອງກັນຊາ​ດລະຫວ່າງ 2 ປະ​ເທດ ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ເນັ້ນ​ໜັ້ກ​ເຖິງ​ບັນດາ​​ເຫດການ​ພວມ ​ແລະ ຈະ​ປະຕິບັດ​ໃນ​ປີ 2013. ພົນ​ໂທ ຫງວຽນ​ຈິ໋ວິ້ງ ຢືນຢັນ​ວ່າ; ​ເລື່ອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ອາ​ເມ​ລິ​ຫາ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດປີ 2011 ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ ​ແລະ 2 ຝ່າຍ​ພວມ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂອງ​ບົດ​ບັນ​ທຶກ​ດັ່ງກ່າວ​​ໃຫ້ດີ​ທີ່​ສຸດ. ​ຜູ້ຮັກສາ​ການຊ່ວຍ​ວຽກ​​ຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Joseph Y.Yun ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍໃນ​ຫຼາຍ​ດ້ານຄື; ​ເສດຖະກິດ, ການ​ຄ້າ, ການປ້ອງ​ກັນຊາ​ດ, ການອຸປະຖຳ​​ໃຫ້​ແກ່ການພັ​ດທະນາ, ການຮ່ວມ​ມື​ດ້ານ​ການ​ສຶກສາ... ພົນ​ໂທ ຫງວຽນ​ຈິ໋ວິ້ງ ​​ແລະ ​ຜູ້ຮັກສາ​ການ​​ຊ່ວຍ​ວຽກຂອງລັດຖະມົນຕີ​ການ​ຕ່າງປະ​ເທດ Joseph Y.Yun ກໍ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ຈະ​ຮ່ວມ​ມື​ຢ່າງ​​ແໜ້ນ​ແຟ້ນ​ໃນ​ບັນດາຂົງ​ເຂດ​ຄື ຊອກ​ຫາ​ທະຫານ​ອາ​ເມ​ລິ​ກາ​ ທີ່​ຫາຍ​ສາບ​ສູນ​ໃນ​ປາງສົງຄາມ, ສຳ​ຫຼວດ, ທຳລາຍ​ລະ​ເບີດ​ໝາກ​ມິນ​ທີ່​ຍັງ​ຕົກຄ້າງ​ໃນປາງ​ສົງຄາມ ​ແລະ ໜູນ​ຊ່ວຍ​ມະນຸດ​ສະທຳ.

ຂ່າວ/ບົດ​ອື່ນ