ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ

(VOVWORLD) -ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອກ ໄດ້ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຜູ້ບັນຊາການບັນດາກຳລັງອິນເດຍ-ປາຊີຟິກ ຂອງທ່ານພົນເຮືອເອກ John Aquilino ຢູ່ Honolulu, Hawaii.
ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ - ảnh 1(ທີ່ພິທີສາບານຕົວ)

ໂດຍໄດ້ຮັບຄຳເຊີນຂອງກອງບັນຊາການບັນດາກຳລັງອິນເດຍ-ປາຊີຟິກ (INDOPACOM), ວັນທີ 30 ເມສາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອກ ໄດ້ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຜູ້ບັນຊາການບັນດາກຳລັງອິນເດຍ-ປາຊີຟິກ ຂອງທ່ານພົນເຮືອເອກ John Aquilino ຢູ່ Honolulu, Hawaii.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Loyd Austin; ທ່ານປະທານເສນທິການໃຫຍ່ສຳພັນທະມິດດ້ານການທະຫານ Mark Milley; ແລກປ່ຽນກັບທ່ານພົນເຮືອເອກ Philip Davidson, ອະດີດຜູ້ບັນຊາການ INDOPACOM ແລະ ພົນເຮືອເອກ John Aquilino, ຜູ້ບັນຊາການ INDOPACOM ແລະ ເຮັດວຽກກັບຜູ້ຕາງນໜ້າຂອງ INDOPACOM.

        ທີ່ບັນດາການແລກປ່ຽນ, 2 ຝ່າຍໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ, ພາຍຫຼັງໄລຍະ 25 ປີແຫ່ງການຫັນການພົວພັນເປັນປົກກະຕິ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງກວ່າໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຝ່າຍອາເມລິກາ ໄດ້ຂອບໃຈລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໜູນຊ່ວຍ ແລະ ຮ່ວມມືຢ່າງມີປະສິດທິຜົນໃນວຽກງານຊອກຫາອັດຖິນັກຮົບອາເມລິກາ ຖືກຫາຍສາບສູນໃນສົງຄາມ. ຝ່າຍອາເມລິກາ ກໍ່ຢືນຢັນວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ຈະສືບຕໍ່ປະຕິບັດຍຸດທະສາດອິນເດຍ-ປາຊີຟິກ ເສລີ ແລະ ເປີດປະຕູ, ຖືກພາກພື້ນອິນເດຍ-ປາຊີຟິກ ແມ່ນບຸລິມະສິດແຖວໜ້າໃນຍຸດທຸສາດຄວາມໝັ້ນຄົງແຫ່ງຊາດ, ຢືນຢັນການຮັບປະກັນຄວາມເສລີໃນການເດີນເຮືອ, ການບິນ ແລະ ຄວາມເປັນລະບຽບຮຽບຮ້ອຍບົນອີງໃສ່ກົດໝາຍ, ຖືເປັນສຳຄັນການສົມທົບກັບບັນດາປະເທດພັນທະມິດ ແລະ ບັນດາຄູ່ຮ່ວມມືຢູ່ພາກພື້ນເພື່ອຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນ, ໃນນັ້ນມີ UNCLOS 1982, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ… ໃນສະພາບມີບັນດາການຜັນແປຢ່າງສັບສົນໃໝ່ຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ