ເພີ່ມທະວີການຮ່ວມມືລະຫວ່າງແຂວງ Voldgograd - ລັດເຊຍ ກັບທ້ອງຖິ່ນຕ່າງໆຂອງຫວຽດນາມ

ເພີ່ມທະວີການຮ່ວມມືລະຫວ່າງແຂວງ Voldgograd - ລັດເຊຍ ກັບທ້ອງຖິ່ນຕ່າງໆຂອງຫວຽດນາມ - ảnh 1
ການ​ເຮັດ​ວຽກລະຫວ່າງຜູ້​ວ່າການ​ແຂວງ Voldgograd ກັບທ່ານ ເອກອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ​ລັດ​ເຊຍ ຝ້າ​ມຊວນ​ເຊີນ

(Vovworld)- ​ເພື່ອ​ປະຕິບັດ​ຕາມ​ບັນດາ​ຂໍ້​ຕົກລົງ​ກັນ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຫວຽດນາມ-ສະຫະພັນ​ລັດ​ເຊຍ, ແຕ່​ວັນ​ທີ 22 ຫາ ວັນ​ທີ 25/8, ​ທ່ານເອກອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສະຫະພັນ​ລັດ​ເຊຍ ຝ້າ​ມຊວນ​ເຊີນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ Voldgograd ​ແຫ່ງ ສະຫະພັນ​ລັດ​ເຊຍ, ຕາມ​ຄຳ​ເຊີນ​ຂອງ​ຜູ້​ວ່າການ​ແຂວງ Voldgograd ທ່ານ Bozhenov Sergey Anatolievich . ທີ່​ການ​ເຮັດ​ວຽກກັບຜູ້​ວ່າການ​ແຂວງ Voldgograd ​ແລ​ະ ຜູ້ຕາງໜ້າ​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ​ຂອງ​ແຂວງ Voldgograd, ທ່ານເອກອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສະຫະພັນ​ລັດ​ເຊຍ ຝ້າ​ມຊວນ​ເຊີນ ​ໄດ້​ສະ​ເໜີ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ຈົ່ງ​ຄົ້ນ​ຄ້ວາ​ເປີດ​ກ້ວາງ​ການ​ພົວພັນ​ດ້ານ​ເສດ​ຖະກິດ​ການ​ຄ້າ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່ 2 ຝ່າຍ​ມີ​ທ່າ​ແຮງ​ຄື ການ​ຜະລິດ​ກະ​ສີ​ກຳ, ທ່ອງ​ທ່ຽວ, ຕໍ່​ກຳ​ປັ່ນ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສ..... ທ່ານເອກອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ສະຫະພັນ​ລັດ​ເຊຍ ຝ້າ​ມຊວນ​ເຊີນສະ​ແດງ​ຄວາມ​ຫວັງ​ວ່າ ອຳນາດ​ການ​ປົກຄອງ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ປະ​ເທດ​ນີ້ ທຳ​ມາ​ຫາ​ກິນ ສ້າງ​ຄວາມ​ຮັ່ງມີ​ຢ່າງ​ຊອບ​ທຳ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ກ່ວາ​ອີກ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ, ​ແນ​ໃສ່​ຮັດ​ແໜ້ນ​ການ​ພົ​ວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ-ລັດ​ເຊຍ. 

ຂ່າວ/ບົດ​ອື່ນ