(vovworld) - ຕອນບ່າຍວັນທີ 24/06, ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍອຸຕຸນິຍົມ, ອຸທົກກະສາດ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕ້ອງປະກາດໃຊ້ກົດໝາຍວ່າດ້ວຍອຸຕຸນິຍົມ, ອຸທົກກະສາດ ປ່ຽນແທນໃຫ້ລັດຖະດຳລັດຄຸ້ມຄອງການຂຸດຄົ້ນ ປົກປັກຮັກສາກິດຈະກຳອຸຕຸນິຍົມ, ອຸທົກກະສາດປີ 1994. ຮ່າງກົດໝາຍວ່າດ້ວຍອຸຕຸນິຍົມ, ອຸທົກກະສາດ ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເປັນປະທານຮຽບຮຽງ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ, ສັງຄົມ, ປ້ອງກັນ, ຕ້ານໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ບັນດາສະມາຊິກສະພາແຫ່ງຊາດສະເໜີໃນຮ່າງກົດໝາຍ ຕ້ອງຍົກອອກບັນດາຂໍ້ກຳນົດ, ມາດຕະຖານເພື່ອໃຫ້ການພະຍາກອນມີຄວາມຊັດເຈນ, ພ້ອມກັນນັ້ນກໍ່ຕ້ອງມີລະບອບປັບໄໝຢ່າງແຮງ… ສຳລັບກໍລະນີພະຍາກອນບໍ່ຊັດເຈນ. ບັນດາສະມາຊິກສະພາແຫ່ງຊາດຮຽກຮ້ອງວ່າ, ໃນຮ່າງກົດໝາຍ ຕ້ອງເອົາໃຈໃສ່ເຖິງລະບອບເກື້ອກຸນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດນີ້, ພິເສດແມ່ນຢູ່ເຂດຫ່າງໄກຊອກຫຼິກ, ເຂດຊາຍແດນ, ເຂດທະເລໝູ່ເກາະ. ທ່ານນາງ ຮ່ວາງທິໂຕງາ, ສະມາຊິກສະພາແຫ່ງຊາດ ນະຄອນນາມດິ້ງ ຖືວ່າ.
“ໃນຮ່າງກົດໝາຍ, ຕ້ອງເພີ່ມທະວີບົດບາດ, ໜ້າທີ່ຮັບຜິດຊອບ ແລະ ສິດອຳນາດຂອງອົງການຄຸ້ມຄອງລັດ ກ່ຽວກັບອຸຕຸນິຍົມ, ອຸທົກກະສາດ ສຳລັບບັນດາຫົວໜ່ວຍບໍລິຫານ. ກ່ຽວກັບການໃຫ້ຂ່າວອຸຕຸນິຍົມ, ອຸທົກກະສາດ, ຕາມຂ້າພະເຈົ້າແລ້ວ ອົງການທີ່ຂຶ້ນກັບລະບົບພະຍາກອນອຸຕຸນິຍົມ,ອຸທົກກະສາດແຫ່ງຊາດ ພຽງແຕ່ສ້າງລາຍການ, ພະຍາກອນ ຫຼັງຈາກນັ້ນມອບໃຫ້ບັນດາອົງການສ່ືມວນຊົນໃຫ້ຂ່າວຈະບັນລຸປະສິດທິຜົນ ແລະ ສະດວກກວ່າ”.
ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດຮັບຟັງໃບສະເໜີກ່ຽວກັບການອະນຸມັດຜ່ານເລື່ອງແຕ່ງຕັ້ງຜູ້ພິພາກສາ ສານປະຊາຊົນສູງສຸດ.