ເພີ່ມທະວີສາຍພົວພັນມິດຕະພາບການຮ່ວມມືທີເປັນມູນເຊື້ອແບບພິເສດລະຫວ່າງສອງຫ້ອງວ່າການປະທານປະເທດ ຫວຽດນາມ ແລະ ລາວ

(VOVWORLD) -ທ່ານ ດ່າວຫວຽດຈູງ, ຫົວໜ້າຫ້ອງວ່າການເປັນຫົວໜ້າຄະນະ, ໄດ້ມີການພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.
ເພີ່ມທະວີສາຍພົວພັນມິດຕະພາບການຮ່ວມມືທີເປັນມູນເຊື້ອແບບພິເສດລະຫວ່າງສອງຫ້ອງວ່າການປະທານປະເທດ ຫວຽດນາມ ແລະ ລາວ - ảnh 1 ທ່ານ ດ່າວຫວຽດຈູງ, ຫົວໜ້າຫ້ອງວ່າການເປັນຫົວໜ້າຄະນະ ພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.

ໃນຂອບເຂດຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ປ.ປ ລາວ ໃນລະຫວ່າງວັນທີ 4 - 7 ທັນວາ, ຕອນບ່າຍວັນທີ 4 ທັນວາ ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຫ້ອງວ່າການປະທານປະເທດ ຫວຽດນາມ ໂດຍທ່ານ ດ່າວຫວຽດຈູງ, ຫົວໜ້າຫ້ອງວ່າການເປັນຫົວໜ້າຄະນະ, ໄດ້ມີການພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມຫວັງວ່າໃນໄລຍະຈະມາເຖິງ, ຫ້ອງວ່າການປະທານປະເທດຂອງ ລາວ ແລະ ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອກັນເພື່ອປະຕິບັດວຽກງານເສນາທິການໃຫ້ການນຳສອງປະເທດໃຫ້ດີກ່ວາເກົ່າ, ປະຕິບັດໜ້າທີ່ເຊິ່ງສອງພັກ, ສອງລັດ ໄດ້ມອບໝາຍໃຫ້ສຳເລັດຜົນ, ປະກອບສ່ວນເຂົ້າການພັດທະນາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ