ເພື່ອໃຫ້ນະຄອນໂຮ່ຈີມິນສືບຕໍ່ບືນຕົວຂຶ້ນ

(VOVWORLD) -ນະຄອນໂຮ່ຈີມິນ ພວມຕັ້ງໜ້າສຸມແຫຼ່ງກຳລັງ ດ້ວຍຄວາມຕັດສິນໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ
ເພື່ອໃຫ້ນະຄອນໂຮ່ຈີມິນສືບຕໍ່ບືນຕົວຂຶ້ນ - ảnh 1(ພາບປະກອບ: vtr.org.vn)

ປີ 2021 ເປັນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກນະຄອນຄັ້ງທີ 11. ສະນັ້ນ, ນະຄອນໂຮ່ຈີມິນ ພວມຕັ້ງໜ້າສຸມແຫຼ່ງກຳລັງ ດ້ວຍຄວາມຕັດສິນໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ, ໃນນັ້ນພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການສ້າງອຳນາດການປົກຄອງຕົວເມືອງ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ.

        ໃນຊຸມເດືອນຕົ້ນປີ 2021, ນະຄອນໂຮ່ຈີມິນ ມີບັນດາສັນຍານຕັ້ງໜ້າ ເມື່ອບັນດາດັດຊະນີພັດທະນາເສດຖະກິດ, ສັງຄົມລ້ວນແຕ່ມີລະດັບເຕີບໂຕທີ່ເປັນໜ້າປະເອີບໃຈ. ເພື່ອຮັກສາທ່າເຕີບໂຕດັ່ງກ່າວ, ການນຳນະຄອນໂຮ່ຈີມິນໄດ້ຮຽກຮ້ອງໃຫ້ທຸກພະແນກ, ຂະແໜງການ ຄວນສືບຕໍ່ຍູ້ແຮງການສ້າງອຳນາດການປົກຄອງເຂດຕົວເມືອງ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທັງຟອງ, ເນັ້ນໜັກວ່າ:

        “ການນຳພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ຄວນສຸມໃສ່ຍົກອອກບັນດາມາດຕະການແກ້ໄຂ, ແນະນຳຊ່ວຍໃຫ້ຂັ້ນຮາກຖານແກ້ໄຂຂໍ້ຕິດຂັດທີ່ຂຶ້ນກັບການຄຸ້ມຄອງລັດສະເພາະຂະແໜງ ເພື່ອເຮັດແນວໃດໃຫ້ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດຂອງປະຊາຊົນ, ວິສາຫະກິດຢ່າງທັນການ, ຈາກຂັ້ນນະຄອນລົງຮອດຂັ້ນຮາກຖານຕ້ອງປະຕິບັດການໜູນຊ່ວຍປະຊາຊົນ, ວິສາຫະກິດຖືກຕ້ອງຕາມຫົວເລື່ອງຂອງປີ 2021 ໃຫ້ເປັນຢ່າງດີກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ