ເມື່ອ​ມີ​ຄວາມ​ປອດ​ໄພ​ຢ່າງ​ແທ້​ຈິງຈຶ່ງຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວສາ​ກົນ, ຮັກ​ສາ​ຂັ້ນ​ຕອນການ​ເຂົ້າ​ເມືອງ​ຢ່າງ​ເຄັ່ງ​ຄັດ

(VOVWORLD) -“ຕ້ອງໝູນໃຊ້ບັນດາເງື່ອນໄຂຊຸກຍູ້ການທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດບໍ່ຖືກຍຸບເລີກ, ລົ້ມລະລາຍ. ບັນດາຮາກຖານດຳເນີນທຸລະກິດການທ່ອງທ່ຽວຂະໜາດນ້ອຍ, ການທ່ອງທ່ຽວເຂດຊຸມຊົນບໍ່ຕ້ອງຢຸດຕິການເຄື່ອນໄຫວ, ຫັນປ່ຽນເປົ້າໝາຍການນຳໃຊ້ຍ້ອນປະສົບກັບຄວາມຫຍຸ້ງຍາກຫຼາຍເກີນໄປ”.
ເມື່ອ​ມີ​ຄວາມ​ປອດ​ໄພ​ຢ່າງ​ແທ້​ຈິງຈຶ່ງຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວສາ​ກົນ, ຮັກ​ສາ​ຂັ້ນ​ຕອນການ​ເຂົ້າ​ເມືອງ​ຢ່າງ​ເຄັ່ງ​ຄັດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: VGP) 

ນີ້ແມ່ນຂໍ້ສະເໜີຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢູ່ທີ່ການເຮັດວຽກໃນຕອນບ່າຍວັນທີ 3 ມິຖຸນາ, ກັບການນຳບາງກະຊວງ, ຂະແໜງການ, ສະຫະສະມາຄົມ, ບັນດາວິສາຫະກິດການທ່ອງທ່ຽວ.

        ພາຍຫຼັງ ຮັບຟັງບັນດາຄຳເຫັນຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມໄດ້ເນັ້ນໜັກວ່າ: ລັດຖະບານໄດ້ຮັບຮູ້ຢ່າງຈະແຈ້ງວ່າ ການທ່ອງທ່ຽວແມ່ນໜຶ່ງໃນບັນດາຂະແໜງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ Covid – 19. ທ່ານກ່າວວ່າ:

        ພວກເຮົາມີຄວາມວິຕົກກັງວົນວ່າ ບັນດາຮາກຖານການທ່ອງທ່ຽວຂະໜາດນ້ອຍ, ບໍ່ສາມາດຕັ້ງຕົວໄດ້ ຕ້ອງໄດ້ຂາຍອອກໄປ. ການທ່ອງທ່ຽວເຂດຊຸມຊົນ homestay ບໍ່ຊ່ວຍສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ ແຕ່ມັນກໍ່ປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໄດ້ຢ່າງລະອຽດ, ສ້າງວິຖີດຳລົງຊີວິດດ້ານວັດທະນະທຳຢູ່ບັນດາເຂດ. ອັນນີ້ພວກເຮົາຕ້ອງມີການຄົ້ນຄ້ວາ ແລະ ຍື່ນສະເໜີຕໍ່ລັດຖະບານເພື່ອມີວິທີການແກ້ໄຂໂດຍໄວ.

        ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານຫວູດຶກດາມ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຮ່ວມເດີນທາງ, ແບ່ງປັນກັບວິສາຫະກິດການທ່ອງທ່ຽວ. ພ້ອມກັນນັ້ນທັງ, ບັນດາກະຊວງ, ຂະແໜງກໍ່ສືບຕໍ່ຊຸກຍູ້ບັນດາວິທີການເຮັດວຽກທາງໄກ, ມີວິທີການກ່ຽວກັບວັນເວລາຂອງວັນບຸນ, ວັນພັກ,  ການພັກແລ້ງຂອງນັກຮຽນ… ເພື່ອສ້າງເງື່ອນໄຂໃຫ້ແກ່ການກະຕຸກການທ່ອງທ່ຽວ. ສຳລັບການທ່ອງທ່ຽວສາກົນຕ້ອງກຽມໃຫ້ພ້ອມ ແຕ່ວ່າເມື່ອມີຄວາມປອດໄພຢ່າງແທ້ຈິງແລ້ວຈຶ່ງເປີດປະຕູຕ້ອນຮັບແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ