ເຢຍລະມັນ ຖະແຫຼງວ່າ ປະທານາທິບໍດີ ອາເມລິກາ ໄດ້ທຳລາຍຄວາມເຊື່ອໝັ້ນຂອງບັນດາຄູ່ຮ່ວມມື

(VOVWORLD) - ວັນທີ 10 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas ຖະແຫຼງວ່າ ເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump
ເຢຍລະມັນ ຖະແຫຼງວ່າ ປະທານາທິບໍດີ ອາເມລິກາ ໄດ້ທຳລາຍຄວາມເຊື່ອໝັ້ນຂອງບັນດາຄູ່ຮ່ວມມື - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas (ພາບ: AFP/TTXVN)

ບໍ່ເຫັນດີເຫັນພ້ອມຕໍ່ແຈ້ງການຮ່ວມຂອງກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາທີ່ສຸດໃນໂລກ (G7) ໄດ້ທຳລາຍຄວາມເຊື່ອໝັ້ນຂອງບັນດາຄູ່ຮ່ວມມື. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ບັນດາປະເທດເອີຣົບ ຍິ່ງເຫັນໄດ້ຄວາມຈຳເປັນ ຕ້ອງສາມັກຄີກັນ ແລະ ມີການກະທຳເພື່ອປົກປັກຮັກສາຜົນປະໂຫຍດຂອງຕົນ.

        ຖະແຫຼງການຂອງທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ ໄດ້ຍົກອອກມາ ພາຍຫລັງວັນທີ 09 ມິຖຸນາ ທ່ານປະທານາທິບໍດີ ອາເມລິກາ ຮຽກຮ້ອງບັນດາຜູ້ຕາງໜ້າຂອງ ອາເມລິກາ ບໍ່ເຫັນດີເຫັນພ້ອມຕໍ່ແຈ້ງການຮ່ວມຂອງກອງປະຊຸມສຸດຍອດ G7 ທີ່ຫາກໍ່ອັດລົງຢູ່ ການາດາ. ສາຍເຫດຊຶ່ງການນຳ ອາເມລິກາ ຍົກອອກມາ ນັ້ນແມ່ນຍ້ອນທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ມີ “ຄຳຖະແຫຼງທີ່ຜິດພາດ” ໃນການປະຊຸມຂ່າວພາຍຫລັງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ