ເຢແມນ: ລັດຖະບານ ແລະ ພວກກະບົດ Houthi ບັນລຸໄດ້ຂໍ້ຕົກລົງກ່ຽວກັບການແລກປ່ຽນສະເລີຍເສິກ

(VOVWORLD) - ວັນທີ 08 ທັນວາ, ທ່ານ Martin Griffiths ທູດພິເສດຂອງສະຫະປະຊາຊາດກ່ຽວກັບ ເຢແມນ ໄດ້ປະກາດວ່າ: 

ລັດຖະບານ ເຢແມນ ແລະ ພວກກະບົດ Houthi ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການແລກປ່ຽນສະເລີຍເສິກໃນການເຈລະຈາ ໂດຍສະຫະປະຊາຊາດເປັນຄົນກາງ. ທ່ານ Abdul Majid Hanash - ສະມາຊິກຂອງຄະນະປະຕິບັດງານ Houthi ເຂົ້າຮ່ວມບັນດາການເຈລະຈາຢູ່ ຊູແອັດ ໃຫ້ຮູ້ວ່າ: ຂະບວນການ Houthi ພ້ອມແລ້ວທີ່ຈະປ່ອຍຕົວເປັນອິດສະຫຼະໃຫ້ບັນດາຜູ້ຖືກຈັບຕົວທັງໝົດໂດຍບໍ່ມີເງື່ອນໄຂ ຖ້າຫາກລັດຖະບານ ເຢແມນ ຕອບສະໜອງຫຼັກການ “ມີສິ່ງຕອບແທນ”.

        ເບື້ອງຕົ້ນ ລັດຖະບານ ເຢແມນ ສະເໜີ ແຕ່ລະຝ່າຍຈະປ່ອຍຕົວ 200 ຄົນ ແຕ່ຝ່າຍ Houthi ຢາກ ປ່ອຍຕົວຜູ້ຖືກຈັບຕົວທັງໝົດ ເປັນອິດສະຫຼະ.

ຕອບກັບ

ຂ່າວ/ບົດ​ອື່ນ