ເລຂາຄະນະພັກນະຄອນຮ່າໂນ້ຍ: ຍົກລະດັບຄວາມສ່ຽງໃນແຜນການຕ້ານໂລກລະບາດໂຄວິດ-19

(VOVWORLD) -ຮ່າໂນ້ຍ ໄດ້ຍົກລະດັບຄວາມສ່ຽງໃນແຜນການຕ້ານໂລກລະບາດໂຄວິດ-19 ຂອງທົ່ວນະຄອນ ແລະ ຈັດຕັ້ງການຝືກຊ້ອມການເຄື່ອນໄຫວໃນທັນທີ ເພື່ອບໍ່ໃຫ້ຖືກຕົກເຂົ້າສູ່ທ່າຮັບໃນທຸກສະພາບການ.
ເລຂາຄະນະພັກນະຄອນຮ່າໂນ້ຍ: ຍົກລະດັບຄວາມສ່ຽງໃນແຜນການຕ້ານໂລກລະບາດໂຄວິດ-19 - ảnh 1ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ
(ພາບ: nld.com.vn)

ເມື່ອແລກປ່ຽນກັບສື່ມວນຊົນໃນວັນທີ 22 ກໍລະກົດ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໃຫ້ຮູ້ວ່າ, ຮ່າໂນ້ຍ ໄດ້ຍົກລະດັບຄວາມສ່ຽງໃນແຜນການຕ້ານໂລກລະບາດໂຄວິດ-19 ຂອງທົ່ວນະຄອນ ແລະ ຈັດຕັ້ງການຝືກຊ້ອມການເຄື່ອນໄຫວໃນທັນທີ ເພື່ອບໍ່ໃຫ້ຖືກຕົກເຂົ້າສູ່ທ່າຮັບໃນທຸກສະພາບການ. ລະອຽດແມ່ນ, ທາງນະຄອນ ຮ່າໂນ້ຍ ສືບຕໍ່ກຳນົດໜ້າທີ່ບຸລິມະສິດແຖວໜ້າແມ່ນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຕັດສິນໃຈປົກປ້ອງນະຄອນຫຼວງ ບໍ່ປະໃຫ້ໂລກລະບາດແຜ່ລະບາດຢ່າງຮ້າຍແຮງ. ສຸມໃສ່ບັນດາໜ້າທີ່, ຈຸດສຸມໃນຕໍ່ໜ້າແມ່ນ ຕາມຫາ, ແຍກຕົວບັນດາກໍລະນີ F0 ທີ່ແຜ່ອອກສູ່ຊຸມຊົມໃຫ້ໄດ້; ດັບມອດເຂດແຜ່ລະບາດໂລກລະບາດໃໝ່ໂດຍໄວ, ບໍ່ປະໃຫ້ຖືກແຜ່ຂະຫຍາຍອອກສູ່ວົງກວ້າງ. ປະຕິບັດການຈັດຕັ້ງການແຍກຕົວລວມໝູ່ສຳລັບທຸກຄົນທີ່ກັບມາຈາກທ້ອງຖິ່ນທີ່ເກີດໂລກລະບາດ ທີ່ພວມປະຕິບັດການແຍກຫ່າງສັງຄົມຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ