ເລ​ຂາ​ທິ​ການ​ໃຫຍ່ NATO ຮ​ຽກ​ຮ້ອງ​ໃຫ້​ຮ່ວມ​ມື​ກັບ ອີ​ຢູ ຢ່າງ​ແໜ້ນ​ແຟ້ນ

(VOVWORLD) - ການໜູນຊ່ວຍຂອງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມື NATO ທີ່ມີຕໍ່ ຢູແກຼນ ນັ້ນ ແມ່ນໄດ້ດຳເນີນໃນຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ. 
ເລ​ຂາ​ທິ​ການ​ໃຫຍ່ NATO ຮ​ຽກ​ຮ້ອງ​ໃຫ້​ຮ່ວມ​ມື​ກັບ ອີ​ຢູ ຢ່າງ​ແໜ້ນ​ແຟ້ນ - ảnh 1ທ່ານເລຂາທິການໃຫຍ່ NATO Jens Stoltenberg (ພາບ: TTXVN)

ວັນທີ 23 ພຶດສະພາ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ຢູ່ ບຣຸກແຊັນ, ປະເທດ ແບນຊິກ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ NATO Jens Stoltenberg ເນັ້ນໜັກວ່າ  ການໜູນຊ່ວຍຂອງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມື NATO ທີ່ມີຕໍ່ ຢູແກຼນ ນັ້ນ ແມ່ນໄດ້ດຳເນີນໃນຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ. ທ່ານກໍຮຽກຮ້ອງໃຫ້ NATO ແລະ EU  ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນຫາ ເພີ່ມມະວີການເຕີບໂຕການຜະລິດຍຸດໂທປະກອນ ແລະ ເຄື່ອງອຸປະກອນປ້ອງກັນຕົວທີ່ຈຳເປັນ ເພື່ອສະໜອງໃຫ້ສາງສະສົມຂອງບັນດາປະເທດ. ທ່ານ Jens Stoltenberg ກໍໄດ້ເວົ້າເຖິງບົດບາດພິເສດຂອງ NATO ໃນການສ້າງມາດຕະຖານໃຫ້ແກ່ທຸກປະເທດສະມາຊິກ, ແຕ່ລະປະເທດຕ້ອງຕອບສະໜອງບັນດາເປົ້າໝາຍກ່ຽວກັບກຳລັງຄວາມສາມາດປ້ອງກັນຕົວ ແລະ ຮັກສາການຕິດຕໍ່ພົວພັນກັບບັນດາບໍລິສັດຜະລິດເປັນປະຈຳ.

        ຄາດວ່າ NATO  ຈະປະຊຸມກັບບັນດາກຸ່ມບໍລິສັດໃຫຍ່ອຸດສາຫະກຳໃຫຍ່ ຂອງເອີຣົບ ແລະ ອາເມລິກາເໜືອ ແບບບໍ່ເປັນທາງການ ຢູ່ນອກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ NATO ໃນວັນທີ 15 – 16 ມິຖຸນາ ຈະມາເຖິງຢູ່ ບຣຸກແຊນ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຂັ້ນສູງຂອງ ອີຢູ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ທ່ານ Josep Borrell ແລະ ຄະນະກຳມະການເອີຣົບ ທ່ານ Thierry Breton.


ຕອບກັບ

ຂ່າວ/ບົດ​ອື່ນ