ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງໃຫ້ສະກັດກັ້ນການເກີດສົງຄາມເຢັນແບບໃໝ່ລະຫວ່າງອາເມລິກາ-ຈີນ

(VOVWORLD) -ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ໂລກຈົ່ງມານະພະຍາຍາມເພື່ອສະກັດກັ້ນການເກີດສົງຄາມເຢັນແບບໃໝ່ລະຫວ່າງອາເມລິກາ ແລະ ຈີນ.

ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງໃຫ້ສະກັດກັ້ນການເກີດສົງຄາມເຢັນແບບໃໝ່ລະຫວ່າງອາເມລິກາ-ຈີນ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ: UN Photo/Jean-Marc Ferré)

ວັນທີ 22 ກັນຍາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ໂລກຈົ່ງມານະພະຍາຍາມເພື່ອສະກັດກັ້ນການເກີດສົງຄາມເຢັນແບບໃໝ່ລະຫວ່າງອາເມລິກາ ແລະ ຈີນ. ໃນບົດກ່າວປາໄສເປີດສາກສັບປະດາປຶກສາຫາລືຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75 ຢູ່ສຳນັກງານໃຫຍ່ທີ່ນະຄອນນິວຢອກ, ປະເທດອາເມລິກາ, ທ່ານ Antonio Guterres, ເນັ້ນໜັກວ່າ.

          “ໂລກຕ້ອງມີຄຳສັ່ງຢຸດຍິງທົ່ວໂລກ ເພື່ອຢຸດຕິບັນດາການປະທະກັນທີ່ຮ້ອນເຮັ່ງ. ແຕ່ພ້ອມດຽວກັນນັ້ນ, ພວກເຮົາຕ້ອງຊອກຫາທຸກວິທີທາງເພື່ອຫຼີກລ້ຽງການເກີດສົງຄາມເຢັນແບບໃໝ່. ພວກເຮົາພວມເດີນຕາມທິດທາງທີ່ອັນຕະລາຍທີ່ສຸດ. ໂລກນີ້ບໍ່ສາມາດທົນໄດ້ກັບອະນາຄົດ, ເຊິ່ງຢູ່ໃນນັ້ນແມ່ນ 2 ພື້ນຖານເສດຖະກິດໃຫຍ່ສຸດຢູ່ໃນໂລກໄດ້ຕັດແຍກໂລກດ້ວຍການແຕກແຫງ.”

          ພ້ອມກັນນັ້ນ, ທ່ານ Antonio Guterres ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນມີຄວາມມານະພະຍາຍາມໃຫ້ຫຼາຍກວ່າອີກເພື່ອຢຸດຕິບັນດາການປະທະກັນ ແນໃສ່ສຸມກຳລັງແຮງໃຫ້ແກ່ການຕ້ານເຊື້ອພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ