ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເດີນທາງຢ້ຽມຢາມທາງລັດຖະກິດສ.ເກົາຫຼີ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເດີນທາງຢ້ຽມຢາມທາງລັດຖະກິດສ.ເກົາຫຼີ - ảnh 1
ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋ຈ້ອງ
(ພາບປະ​ກອບ)

(vovworld) - ​ໂດຍ​ໄດ້​ຮັບ​ຄ​ຳ​​ເຊີນ​ຂອງ​ທ່ານ​​ນາງປະ​ທາ​ນາ​ທິ​ບໍ​ດີ Park Geun – hye, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ ໄປ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ ສ. ເກົາຫຼີ ​ ​ແຕ່​ວັນ​ທີ 1 – 4/10. ໄປ​ພ້ອມ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ມີ​ການນ​ຳ​ບັນ​ດາ​ຄະ​ນະ, ຂະ​ແໜງ​ການ​ສູນ​ກາງ​ຄື: ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ຄະ​ນະ​ພົວ​ພັນ​ສູນ​ກາງ, ຫົວ​ໜ້າ​ຫ້ອງວ່າ​ການ​ສູນ​ກາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ…

        ການ​ຢ້ຽມ​ຢາມ ສ. ເກົາຫຼີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເພື່ອ​ແນ​ໃສ່​ຍູ້​ແຮງ​​ການ​ພົວ​ພັນ​ຄູ່​ຮ່ວມມື​, ການ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສ. ເກົາຫຼີ ຢ່າ​ງ​ຮອບ​ດ້ານ ແລະ ​ເລິກ​ເຊິ່ງດ້ວຍ​ຈຸດ​ສຸມ​ແມ່ນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ພ້ອມ​ທັງ​ເປີດ​ກ້​ວາງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນ. ໃນ​ການ​ຢ້ຽມ​ຢາມນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຈະ​ມີ​ການ​ເຈ​ລະ​ຈາ, ພົບ​ປະ​ຄັ້ງ​ຕ່າງ​ໆ​ເພື່ອ​ບັນ​ລຸ​ໄດ້​ບັ​ນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ກັບ​ບັນ​ດາ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ກັບ​​ພັກ​ກຳ​ອຳ​ນາດ​ໂລ​ກ​ໃໝ່ (Saenuri) ແລະ ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ. 2 ຝ່​າຍກໍ່​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສ​າ​ກົນ ແລະ ພາກ​ພື້ນ​ທີ່​ຕາງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ປະ​ກອບ​ສ່ວນ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ອາ​ຊີ ແລະ ໂລ​ກ.


ຂ່າວ/ບົດ​ອື່ນ