ເລີ່ມ​ດຳ​ເນີນ​ໂຄງ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ສັງ​ຄົມ ອາ​ຊຽນ

(VOVWORLD) -ທ່ານ ປ.ອ Yang Mee Eng ຜູ້ອຳນວຍການບໍລິຫານກອງທຶນ ອາຊຽນ ໃຫ້ຮູ້ວ່າ: ນອກຈາກການປະກອບບັນດາທັກສະເພື່ອຊອກຫາວຽກງານໃນອະນາຄົດ, ໂຄງການຍັງແນໃສ່ເປົ້າໝາຍສົ່ງເສີມການເຂົ້າຮ່ວມ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມຢ່າງສຸດຂີດ ດ້ວຍວິທີການສະໜອງໃຫ້ເຂົາເຈົ້າ ຄວາມສາມາດໃນການສ້າງກຳລັງຄວາມສາມາດ, ໃຫ້ຄຳປຶກສາດ, ການເງິນ ແລະ ສຳຜັດຕະຫຼາດ, ເພື່ອແນໃສ່ຮັກສາການເຕີບໂຕ ແລະ ເປີດກ້ວາງຂອບຂະໜາດຂອງວິສາຫະກິດກໍ່ຄືຂອບເຂດຂອງຕະຫຼາດ.

        ວັນທີ 16 ເມສາ, ກອງທຶນ ອາຊຽນ ໄດ້ເລີ່ມດຳເນີນໂຄງການພັດທະນາວິສາຫະກິດສັງຄົມ ອາຊຽນ (ອາຊຽນ SEDP) ແລະ ກອງປະຊຸມສຳມະນາທາງອອນລາຍ ຊຶ່ງປຶກສາຫາລື ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງວິສາຫະກິດສັງຄົມໃນພາກພື້ນ. ໂຄງການເພື່ອແນໃສ່ເປົ້າໝາຍສົ່ງເສີມບັນດາວິສາຫະກິດສັງຄົມ ໂດຍຊາວໜຸ່ມນຳພາບືນຄົວຂຶ້ນນຳພາ ບັນດາຄວາມມານະພະຍາຍາມ ຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ - ສັງຄົມທີ່ຫຍໍ້ທໍ້ທີ່ມາຈາກໂລກລະບາດໂຄວິດ - 19 ສຳລັບບັນດາປະຊາຄົມໃນທົ່ວພາກພື້ນ. ທ່ານ ປ.ອ Yang Mee Eng ຜູ້ອຳນວຍການບໍລິຫານກອງທຶນ ອາຊຽນ ໃຫ້ຮູ້ວ່າ: ນອກຈາກການປະກອບບັນດາທັກສະເພື່ອຊອກຫາວຽກງານໃນອະນາຄົດ, ໂຄງການຍັງແນໃສ່ເປົ້າໝາຍສົ່ງເສີມການເຂົ້າຮ່ວມ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມຢ່າງສຸດຂີດ ດ້ວຍວິທີການສະໜອງໃຫ້ເຂົາເຈົ້າ ຄວາມສາມາດໃນການສ້າງກຳລັງຄວາມສາມາດ, ໃຫ້ຄຳປຶກສາດ, ການເງິນ ແລະ ສຳຜັດຕະຫຼາດ, ເພື່ອແນໃສ່ຮັກສາການເຕີບໂຕ ແລະ ເປີດກ້ວາງຂອບຂະໜາດຂອງວິສາຫະກິດກໍ່ຄືຂອບເຂດຂອງຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ