ເລີ່ມ​ລົງ​ມື​ກໍ່​ສ້າງ​ທ່າ​ອາ​ກາດ​ສ​ະ​ຍາ​ນ​ສາ​ກົນ ລອງ​ແທັ່ງ ໄລ​ຍະທີ 1

(VOVWORLD) -        ຕອນເຊົ້າວັນທີ 5 ມັງກອນ, ຢູ່ດົ່ງນາຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ລອງແທັງ ໄລຍະທີ 1.
ເລີ່ມ​ລົງ​ມື​ກໍ່​ສ້າງ​ທ່າ​ອາ​ກາດ​ສ​ະ​ຍາ​ນ​ສາ​ກົນ ລອງ​ແທັ່ງ ໄລ​ຍະທີ 1 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ພິທີ (ພາບ: VGP)

 ເປົ້າໝາຍຂອງໂຄງການແມ່ນກໍ່ສ້າງທ່າອາກາດສະຍານສາກົນ ລອງແທງ ບັນລຸລະດັບ 4F ຕາມການຈັດອັນດັບຂອງ ອົງການການບິນພົນລະເຮືອນສາກົນ (ICAO), ເຊິ່ງແມ່ນທ່າອາກາດສະຍານສາກົນສຳຄັນຂອງ ຫວຽດນາມ ເພື່ອກາຍເປັນໜຶ່ງໃນບັນດາສູນສົ່ງຕໍ່ການບິນສາກົນຂອງພາກພື້ນ. ໃນໄລຍະທຳອິດຂອງໂຄງການ ຈະລົງທຶນກໍ່ສ້າງລາຍບິນຂຶ້ນ - ລົງ 1 ເລນ ແລະ ອາຄານຜູ້ໂດຍສານ 1 ແຫ່ງ ພ້ອມດ້ວຍລາຍການຕ່າງໆ ເຊິ່ງສາມາດຕ້ອນຮັບຜູ້ໂດຍສານ 25 ລ້ານຄົນຕໍ່ປີ  ແລະ ສິນຄ້າ 1,2 ລ້ານໂຕນຕໍ່ປີ. ທ່າອາກາດສະຍານສາກົນ ລອງແທັ່ງ ຈະໝູູນໃຊ້ເຕັກໂນໂລຢີທັນສະໄໝ ແລະ ມີລັກສະນະເປີດ ເພື່ອສາມາດສະສົມ ແລະ ອັບເດດເຕັກໂນໂລຢີທີ່ກ້າວໜ້າທີ່ສຸດເຂົ້າໃນການກໍ່ສ້າງ, ຄຸ້ມຄອງ ແລະ ເຄື່ອນໄຫວນຳໃຊ້ທ່າອາກາດສະຍານຕາມມາດຖານສາກົນ ແລະ ເທົ່າທຽມກັບທ່າອາກາດສະຍານສາກົນທັນສະໄໝທີ່ສຸດໃນໂລກ, ຮັບປະກັນການນຳໃຊ້ຢ່າງມີປະສິດທິຜົນ, ຊັດເຈນ, ມີຄວາມໄວ້ເນື້ອເຊື່ອໃຈສູງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: 

“ໂຄງການທ່າອາກາດສະຍານສາກົນ ລອງແທັ່ງ ແມ່ນໜຶ່ງ ໃນ 16 ໂຄງການສະໜາມບິນ ທີ່ໄດ້ຮັບການລໍຄອຍທີ່ສຸດໃນໂລກ. ນີ້ແມ່ນໂຄງການລະດັບຊາດທີ່ສຳຄັນພິເສດ ເຊິ່ງໄດ້ສະແດງຄວາມຄາດຫວັງ, ເຈດຈຳນົງບືນຕົວຂຶ້ນຢ່າງແຮງຂອງ ຫວຽດນາມ ແລະ ມີຄວາມໝາຍຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ. ນີ້ກໍແມ່ນໂຄງການພື້ນຖານໂຄງລ່າງທີ່ມີຍອດເງິນລົງທຶນກ້ອນໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ຖ້າຫາກວ່າ ໂຄງການດັ່ງກ່າວກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວນັ້ນ ກໍ່ສາມາດປະກອບສ່ວນແກ່ການເຕີບໂຕ GDP ແຕ່ 3 5%”.


ຕອບກັບ

ຂ່າວ/ບົດ​ອື່ນ