ເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຢູ່ ແຂວງ Kampong Speu

(VOVWORLD) - ໃນວັນທີ 02 ມີນາ, ຢູ່ແຂວງ Kampong Speu ປະເທດ ກຳປູເຈຍ ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ.
ເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຢູ່ ແຂວງ Kampong Speu - ảnh 1ພິທີເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຈັດຂຶ້ນໃນວັນທີ 2 ມີນາ (ພາບ: TTXVN)

ກ່າວຄຳປາໄສທີ່ຢູ່ພິທີ, ທ່ານ Nhem Valy ຮອງປະທານທັງເປັນເລຂາທິການໃຫຍ່ສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ຊີ້ແຈ້ງວ່າ: “ພາຍຫຼັງວັນທີ 07 ມັງກອນ ປີ 1979, ປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍ, ບັນດາແຂວງນະຄອນໃນທົ່ວປະເທດ ກຳປູເຈຍ ລ້ວນແຕ່ດຳເນີນການກໍ່ສ້າງອານຸສາວະລີມິດຕະພາບ ກຳປູເຈຍ-ຫວຽດນາມ, ໃນນັ້ນ ມີແຂວງ Kampong Speu. ປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍ, ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ ແມ່ນຍ້ອນມີ ທະຫານອາສາສະໝັກ ຫວຽດນາມ.

ກິດຈະກຳອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຄາດຄະເນວ່າຈະ ໄດ້ປະຕິບັດກໍ່ສ້າງ ແລະ ສຳເລັດ ພາຍໃນ 12 ເດືອນ. ປັດຈຸບັນມີ 16 ອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ໄດ້ເປີດສະຫຼອງແລ້ວໃນຍອດຈຳນວນ 22 ອານຸສາວະລີທີ່ໄດ້ກໍ່ສ້າງໃໝ່, ປະຕິສັງຂອນ ແລະ ບູລະນະໃນທົ່ວປະເທດ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ