ເລີ່ມລົງມືປະຕິບັດໂຄງ ການ “ບຳບັດມົນລະພິດ ສິ່ງແວດລ້ອມ ດີໂອຊິນ” ຢູ່ສະໜາມບິນ ດ່າໜັງ

ເລີ່ມລົງມືປະຕິບັດໂຄງ ການ “ບຳບັດມົນລະພິດ ສິ່ງແວດລ້ອມ ດີໂອຊິນ” ຢູ່ສະໜາມບິນ ດ່າໜັງ - ảnh 1
ບຳບັດທາດພິດ ດີໂອຊີນ ຢູ່ສະໜາມບິນ ດ່າໜັງ
(ພາບ: ອີນເຕີເນັດ)

(vovworld) - ຕອນ​ເຊົ້າ​ວັນທີ 9/8 ຢູ່​ນະຄອນ ດ່າ​ໜັງ, ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ແລະ ອົງການພັດທະນາ​ສາກົນ ອາ​ເມ​ລິ​ກາ (ຫຼື USAID) ​ໄດ້​ຈັດ​ຕັ້ງ​ພິທີ​ເລີ່​ມລົງມື​ປະຕິບັດ​ໂຄງການ​ບຳບັດ​ມົນ​ລະ​ພິດສິ່ງ​ແວດ​ລ້ອມ​ ດີ​ໂອ​ຊີ​ນ ຢູ່ ບໍລິ​ເວນ​ສະໜາມ​ບິນ ດ່າ​ໜັງ. “​ໂຄງການ​ບຳບັດ​ມົນ​ລະ​ພິດສິ່ງ​ແວດ​ລ້ອມ ດີ​ໂອ​ຊີ​ນ ຢູ່ສະໜາມ​ບິນ ດ່າ​ໜັງ” ​​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດຖະບານ​ ອາ​ເມ​ລິ​ກາ ຈຳນວນ​ເງິນ 41 ລ້ານ USD ​ແລະ ​ແຫຼ່ງ​ທຶນ​ສົມທົບ​ຈາກ​ລັດຖະບານ​ຫວຽດນາມ​ ປະມານ 35 ຕື້​ດົ່ງ. ​​ເມື່ອໂຄງການ​ໄດ້​ຮັບ​ການ​ປະຕິບັດ​ສຳ​ເລັບ ຈະ​ປະກອບສ່ວນ​ເຮັດ​ໃຫ້​ເນື້ອ​ທີ່​ດິນ​ ເກືອບ 30 ha ທີ່ນຳ​ໃຊ້​ໃຫ້​ແກ່​ຈຸດປະສົງ​ເສດຖະກິດ, ການ​ຄ້າມີ​ຄວາມ​ສະອາດ, ຫຼຸດຜ່ອນ​ສະພາບ​ແຜ່​ມົນ​ລະ​ພິດ​ອອກ​ສູ່​ສິງ​ແວດ​ລ້ອມ ​ແລ​ະ ​ແຫຼ່ງນ້ຳ, ປົກ​ປັກ​ຮັກສາ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ. ກ່າວ​ຄຳ​ເຫັນ​ທີ່​ພິທີລົງມື​ປະຕິບັດ​ໂຄງການ, ທ່ານ ພົນ​​ໂທ Nguyen Chi Vinh, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເນັ້ນ​ໜັກ​ວ່າ:

“ຜົນງານ​ຂອງ​ໂຄງການ​ໄດ້​ນຳ​ມາ​ເຊິ່ງ​ແງ່​ຫວັງ​ບ​ຳບັດ​ມົນ​ລະ​ພິດ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນຢູ່ ສະໜາມ​ບິນ ດ່າ​ໜັງ ​ແລະ ຢູ່​ສະຖານ​ທີ່​​ອື່ນ​ໆ​ຢ່າງ​ເດັດຂາດ. ຂ້າພະ​ເຈົ້າ ຂໍ​ຂອບ​ອົກ​ຂອບ​ໃຈ ​ແລະ ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກປະຊາ​ຄົມ​ໂລກ ​ແລະ ລັດຖະບານ ອາ​ເມ​ລິ​ກາ ​ໃນ​ການ​ໜູນ​ຊ່ວຍ​ບຳບັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢູ່​ບັນດາ​ຈຸດ​ຮ້ອນ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ພາຍຫຼັງ​ສົງຄາມ.”

ຂ່າວ/ບົດ​ອື່ນ