ເລື່ອງຈີນ ຢຸດຕິການຫາປາຊົ່ວຄາວຢູ່ເຂດທະເລທີ່ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ແມ່ນບໍ່ມີຄວາມໝາຍ

(VOVWORLD) - ກະຊວງກະສິກຳ ແລະ ພັດທະນາຊົນນະບົດສະເໜີວ່າ ຊາວປະມົງສືບຕໍ່ຫາປາ, ທຳການຜະລິດເປັນປົກກະຕິໃນຂອບເຂດທະເລຂອງ ຫວຽດນາມ ແລະ ແນະນຳການຈັດຕັ້ງຫາປາເປັນຂະບວນ, ເປັນທິມເມື່ອໄປທຳການຜະລິດ ເພື່ອໜູນຊ່ວຍກັນຢູ່ທະເລ.
ເລື່ອງຈີນ ຢຸດຕິການຫາປາຊົ່ວຄາວຢູ່ເຂດທະເລທີ່ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ແມ່ນບໍ່ມີຄວາມໝາຍ - ảnh 1 ກ່ຳປັ່ນຫາປາຂອງຊາວປະມົງຢູ່ໝູ່ເກາະ ເຈື່ອງຊາ, ແຂວງ ແຄ໊ງຮ່ວາ ພາບ:TTXVN

ຕາມຈົດໝາຍທາງການສະບັບວັນທີ 11 ພຶດສະພາ ສົ່ງເຖິງຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນແຄມຝັ່ງທະເລກ່ຽວກັບເລື່ອງ ຈີນ ປະກາດຢຸດຕິການຫາປາຊົ່ວຄາວທີ່ມີການກຳນົດເວລາແຕ່ 12 ໂມງ ວັນທີ 01 ພຶດສະພາ ຫາ 12 ໂມງ ວັນທີ 16 ສິງຫາ 2020 ຢູ່ບັນດາເຂດທະເລ, ໃນນັ້ນ ມີເຂດທະເລຂຶ້ນກັບອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢັ້ງຢືນວ່າ ການກະທຳດັ່ງກ່າວຂອງ ຈີນ ແມ່ນບໍ່ມີຄວາມໝາຍ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດສະເໜີວ່າ ຊາວປະມົງສືບຕໍ່ຫາປາ, ທຳການຜະລິດເປັນປົກກະຕິໃນຂອບເຂດທະເລຂອງ ຫວຽດນາມ ແລະ ແນະນຳການຈັດຕັ້ງຫາປາເປັນຂະບວນ, ເປັນທິມເມື່ອໄປທຳການຜະລິດ ເພື່ອໜູນຊ່ວຍກັນຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ