ເລື່ອງຈີນດຳເນີນການຊ້ອມຮົບຢູ່ເຂດໝູ່ເກາະຮ່ວາງຊາໄດ້ລະເມີດອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະນີ້

(VOVWORLD) -ຫວຽດນາມ ຮຽກຮ້ອງໃຫ້ຈີນ ເຄົາລົບອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ, ຢຸດຕິ ແລະ ບໍ່ມີການກະທຳທີ່ຄ້າຍຄືກັນຕື່ມອີກ.
ເລື່ອງຈີນດຳເນີນການຊ້ອມຮົບຢູ່ເຂດໝູ່ເກາະຮ່ວາງຊາໄດ້ລະເມີດອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະນີ້ - ảnh 1 (ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ)

ວັນທີ 26 ສິງຫາ, ເມື່ອຕອບຄຳຖາມສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຈີນ ດຳເນີນການຊ້ອມຮົບຢູ່ເຂດທະເລທາງທິດເໜືອຕາເວັນອອກສ່ຽງເໜືອ ໝູ່ເກາະ ຮ່ວາງຊາ ຂອງຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:

        ເລື່ອງຈີນ ດຳເນີນການຊ້ອມຮົບຢູ່ເຂດໝູ່ເກາະ ຮ່ວາງຊາ ຢ່າງລຽນຕິດ ແມ່ນໄດ້ລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະນີ້, ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິວັດ ການເຈລະຈາລະຫວ່າງ ຈີນ ແລະ ອາຊຽນ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນປະຈຸບັນ ແລະ ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

        ຫວຽດນາມ ຮຽກຮ້ອງໃຫ້ຈີນ ເຄົາລົບອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ, ຢຸດຕິ ແລະ ບໍ່ມີການກະທຳທີ່ຄ້າຍຄືກັນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ