ເວທີ​ປາ​ໄສ ອາຊີ ປົວ​ອ້າວ ຮຽກຮ້ອງ​​​ໃຫ້ເພີ່ມ​ທະວີ​ການ​ຮ່ວມ​ມືຫຼາຍຝ່າຍ​ໃນ​ວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) - ບົດລາຍງານຂອງວັນທີ 14 ເມສາ ຜ່ານມາ ໃຫ້ຮູ້ວ່າ ຍ້ອນສະພາບໂລກລະບາດໂຄວິດ - 19 ດັ່ງນັ້ນ, ພື້ນຖານເສດຖະກິດທົ່ວໂລກ ຈະຫຼຸດລົງ 3% ໃນປີ 2020. 
ເວທີ​ປາ​ໄສ ອາຊີ ປົວ​ອ້າວ ຮຽກຮ້ອງ​​​ໃຫ້ເພີ່ມ​ທະວີ​ການ​ຮ່ວມ​ມືຫຼາຍຝ່າຍ​ໃນ​ວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1ວາລະປຶກສາຫາລື ຂອງກອງປະຊຸມປະຈໍາປີ ຂອງເວທີປາໄສ ອາຊີ ປົວອ້າວ ຖືກດໍາເນີນໃນວັນທີ 27/3/2019 ຢູ່ ຈີນ (ພາບປະກອບ:  THX/TTXVN)

        ບັນດານັກຊ່ຽວຊານ ແລະ ເຈົ້າໜ້າທີ່ ທີ່ເຂົ້າຮ່ວມກອງປະຊຸມຫົວເລື່ອງສະເພາະທາງອອນລາຍ ໂດຍເວທີປາໄສອາຊີ ປົວອ້າວ ຈັດຕັ້ງໃນວັນທີ 8 ພຶດສະພາ ໄດ້ຮຽກຮ້ອງໃຫ້ມີບັນດາຄວາມມານະພະຍາຍາມລວມໝູ່ ເພື່ອແນໃສ່ຜ່ານຜ່າບັນດາສິ່ງທ້າທາຍ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ທ່ານ Zhang Tao, ຮອງຜູ້ອໍານວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF) ຖືວ່າ ທົ່ວໂລກ ແລະ ພາກພື້ນ ຕ້ອງມີການຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່່ເພີ່ມເຕີມໃຫ້ແກ່ບັນດາຄວາມມານະພະຍາຍາມຂອງບັນດາປະເທດ ພ້ອມທັງເນັ້ນໜັກວ່າ ບໍ່ມີປະເທດໃດສາມາດບັນລຸຜົນສໍາເລັດດ້ວຍຕົນເອງໄດ້.

        ສ່ວນທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ຈີນ Nicolas Chapuis ກໍ່ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຕ້ອງສົມທົບບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຮັກສາລະບົບສະໜອງ ແລະ ລະບົບອຸດສາຫະກໍາທົ່ວໂລກ ໃຫ້ເປີດກວ້າງຕະຫຼອດເວລາ, ເຄື່ອນໄຫວເປັນປົກກະຕິ ແລະ ໝັ້ນຄົງ.

       ບົດລາຍງານຂອງວັນທີ 14 ເມສາ ຜ່ານມາ ໃຫ້ຮູ້ວ່າ ຍ້ອນສະພາບໂລກລະບາດໂຄວິດ - 19 ດັ່ງນັ້ນ, ພື້ນຖານເສດຖະກິດທົ່ວໂລກ ຈະຫຼຸດລົງ 3% ໃນປີ 2020. 

ຕອບກັບ

ຂ່າວ/ບົດ​ອື່ນ