ເວ​ທີ​ປ​າ​ໄສ ອາ​ຊຽນ - ຍີ​່​ປຸ່ນ ຄັ້ງ​ທີ 35

(VOVWORLD) -        ຕອນເຊົ້າວັນທີ 14 ຕຸລາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຂອງ ຫວຽດນາມ ແລະ ທ່ານຮອງລັດຖະມົນຕີອາວຸໂສກະຊວງການຕ່າງປະເທດ ຍີ່ປຸ່ນ Takeo Mori ໄດ້ເປັນປະທານຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 35
ເວ​ທີ​ປ​າ​ໄສ ອາ​ຊຽນ - ຍີ​່​ປຸ່ນ ຄັ້ງ​ທີ 35 - ảnh 1ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 35 (ພາບ: hanoimoi.com.vn) 

ບັນດາຝ່າຍພ້ອມກັນສຳຫຼວດຄືນສະພາບການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ໃນໄລຍະຜ່ານມາ, ໃນນັ້ນ ມີການສຳຫຼວດກວດຄືນການຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີຸ່ປຸ່ນ, ກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 23, ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທີ່ເວທີປາໄສ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Takeo Mori ຢັ້ງຢືນວ່າ ອຳນາດການປົກຄອງໃໝ່ ໂດຍທ່ານນາຍົກລັດຖະມົນຕີ Suga ນຳພາ ຈະຮັກສານະໂຍບາຍຂອງ ຍີ່ປຸ່ນ, ເພີ່ອຍົກສູງສັນຕິພາບ, ສະຖຽນລະພາບ, ເຈລະຈາ ແລະ ການຮ່ວມມືໃນພາກພື້ນ. ເພ່ືອຜັນຂະຫຍາຍນະໂຍບາຍດັ່ງກ່າວ, ຍີ່ປຸ່ນ ຈະຍູ້ແຮງການຮ່ວມມືພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖືບົດບາດເປັນໃຈກາງຂອງ ອາຊຽນ ເປັນສຳຄັນ. ທ່ານ ກໍຢັ້ງຢືນຕື່ມອີກວ່າ ຍີ່ປຸ່ນ ສະໜັບສະໜູນທັດສະນະຂອງ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP), ປາດຖະໜາພ້ອມກັບ ອາຊຽນ ຜັນຂະຫຍາຍທັດສະນະດັ່ງກ່າວໃນພາກຕົວຈິງ.

        ກ່າວຄຳເຫັນໃນຖານະເປັນປະເທດປະສານງານການພົວພັນຄູ່ເຈລະຈາ ອາຊຽນ - ຍີ່ປຸ່ນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ ສະເໜີໃຫ້ສອງຝ່າຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຮັບມືກັບໂລກລະບາດໂຄວິດ - 19, ສ້າງຕັ້ງ ສູນ ອາຊຽນ ກ່ຽວກັບບັນດາບັນຫາສາທາລະນະສຸກສຸກເສີນ ແລະ ໂລກລະບາດໃໝ່ (ອາຊຽນ CDC). ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ກໍໄດ້ຢ້ຳຄືນຫຼັກໝັ້ນຫຼັກການຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ທີ່ໄດ້ຢັ້ງຢືນໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ໃນເດືອນ ມິຖຸນາ 2020 ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 35 ໃນເດືອນກັນຍາ 2020, ມຸ່ງໄປເຖິງການສ້າງເຂດທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງ ສັນຕິພາບ, ໝັ້ນຄົງ ແລະ ສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ