ເວ​ທີ​ປ​າ​ໄສ​ການທູດ Merdian ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ພ​າ​ກ​ພື້ນ ແມ​່​ນ້ຳ​ຂອງ ແລະ ອາ​ເມ​ລິ​ກາ

(VOVWORLD) - ດ້ວຍບົດບາດເປັນປະທານອາຊຽນໃນປີ 2020, , ທ່ານນາງ ໝີ໊ຮ່າກິມງອັກ ໃຫ້ຮູ້ວ່າ ຫວຽດນາມຈະຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືເຂດແມ່ນ້ຳຂອງໃຫ້ຫຼາຍກ່ວາອີກ, ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ໃນປັດຈຸບັນລະຫວ່າງ ບັນດາປະເທດແມ່ນ້ຳຂອງ ແລະ ບັນດາປະເທດຄູ່ຮ່ວມມື, ໃນນັ້ນມີອາເມລິກາ.
ເວ​ທີ​ປ​າ​ໄສ​ການທູດ Merdian ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ພ​າ​ກ​ພື້ນ ແມ​່​ນ້ຳ​ຂອງ ແລະ ອາ​ເມ​ລິ​ກາ - ảnh 1ເວທີປາໄສການທູດ Merdian  

ວັນທີ 6 ມິຖຸນາ, ເວທີປາໄສການທູດ Merdian ກ່ຽວກັບການຮ່ວມມື ແມ່ນ້ຳຂອງ - ອາເມລິກາ ໂດຍສູນສາກົນ Merdian ຈັດຕັ້ງຢູ່ ນະຄອນຫຼວງ ວໍຊິງຕັນ, ອາເມລິກາ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ ເວທີປາໄສມີຕາງໜ້າຂອງອຳນາດການປົກຄອງ, ສະພາແຫ່ງຊາດ, ບັນດາອົງການຄົ້ນຄ້ວາສາກົນ ແລະ ວິສາຫະກິດ ອາເມລິກາ. ສ່ວນຝ່າຍບັນດາປະເທດ ອະນຸພາກພື້ນ ແມ່ນຳຂອງ ມີເອກອັກຄະລັດຖະທູດ ແລະ ອຸປະທູດສະຖານທູດຂອງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

        ເຂົ້າຮ່ວມການປຶກສາຫາລືທີ່ເວທີປາໄສ, ທ່ານນາງ ໝີ໊ຮ່າກິມງອັກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ພ້ອມກັບທ່ານ Randall Shriver ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ Piper Campbell ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອາຊຽນ ໄດ້ແລກປ່ຽນກ່ຽວກັບຫົວຂໍ້“ຊຸກຍູ້ການພົວພັນລະຫວ່າງ ອາເມລິກາ ກັບ ບັນດາປະເທດແມ່ນ້ຳຂອງ”. ທ່ານນາງ ໝີ໊ຮ່າກິມງອັກ ໄດ້ຢັ້ງຢືນເຖິງຄວາມສຳຄັນຍຸດທະສາດຂອງພາກພື້ນແມ່ນ້ຳຂອງ, ໂດຍຖືວ່າ ບັນດາປະເທດ ແມ່ນ້ຳຂອງ ແລະ ອາເມລິກາຈະແບ່ງປັນ ຜົນປະໂຫຍດລວມຫຼາຍຢ່າງໃນເລື່ອງຊຸກຍູ້ການຮ່ວມມື ແມ່ນ້ຳຂອງ.

        ດ້ວຍບົດບາດເປັນປະທານອາຊຽນໃນປີ 2020, , ທ່ານນາງ ໝີ໊ຮ່າກິມງອັກ ໃຫ້ຮູ້ວ່າ ຫວຽດນາມຈະຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືເຂດແມ່ນ້ຳຂອງໃຫ້ຫຼາຍກ່ວາອີກ, ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ໃນປັດຈຸບັນລະຫວ່າງ ບັນດາປະເທດແມ່ນ້ຳຂອງ ແລະ ບັນດາປະເທດຄູ່ຮ່ວມມື, ໃນນັ້ນມີອາເມລິກາ ແລະ ສົມທົບເຂົ້າໃນການຫັນບັນດາແຜນການຮ່ວມມືສັງລວມຂອງພາກພື້ນແມ່ນ້ຳຂອງ ແລະ ອາຊຽນໃຫ້ປະກົດຜົນເປັນຈິງກໍ່ຄືເລື່ອງປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ