ເວທີປາໄສຂັ້ນສູງເຕັກໂນ ໂລຊີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ ປີ 2013

ເວທີປາໄສຂັ້ນສູງເຕັກໂນ ໂລຊີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ ປີ 2013 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ

ຫງວຽນ​ເຕີນ​ຢຸງ ທີ່ເວທີ​ປາ​ໄສ

(ພາບ:dangcongsan.vn)

(vovworld)-  ຕອນ​​ເຊົ້າ​ວັນ​ທີ 20/6, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​​ໄດ້​ເຂົ້າຮ່ວມ ​ແລະ ກ່າວ​ປາ​ໄສ​ໄຂເວທີ​ປາ​ໄສ​ຂັ້ນສູງ​ເຕັກ​ໂນໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ຫວຽດນາມ ປີ 2013 ດ້ວຍ​ຫົວ​ເລື່ອງ “ເຕັກ​ໂນໂລ​ຊີ​ຂໍ້​ມູນ​ຂ່າວສານ-ພື້ນຖານ​ຂອງ​ວິທີ​ການ​ພັດທະນາ​ໃໝ່ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດຮອບດ້ານ”. ນີ້​ແມ່ນ​ເວທີ​ປາ​ໄສ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ເພື່ອ​ໃຫ້​ບັນດາ​ນັກ​ຄຸ້ມ​ຄອງ, ຜູ້​ຊ່ຽວຊານ, ນັກຄົ້ນຄ້ວາ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ພ້ອມ​ກັນ​ປຶກສາ​ຫາລື, ​ແປ່​ງປັນ​ຄວາມ​ຮັບ​ຮູ້, ທ່າ​ອ່ຽງ ​ແລະ ວິ​ໄສ​ທັດ ກໍ່​ຄື​ວາງ​ອອກ​ບັນດາ​ການ​ກຳນົດ​ທິດ, ມາດ​ຕະການ​ເພື່ອ​ແນ​ໃສ່​ສືບ​ຕໍ່​ພັດ​ທະນາເຕັກ​ໂນໂລ​ຊີ​ຂໍ້​ມູນ​ຂ່າວສານ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນໜັກ​ວ່າ: ເຕັກ​ໂນໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແມ່ນ​ທ່າ​ໄດ້​ປຽບ​ໃນ​ການ​ພັດທະ​ນາ​ພິ​ເສດ​ຂອງຫວຽດນາມ​ ບົນ​ພື້ນຖານ​ແຫຼ່ງຊັບພະຍາກອນ​ມະນຸດ​ໜຸ່ມ​​ເປັນຈຳນວນຫຼາຍ ​ແລະ ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ໂດຍ​ພື້ນຖານ. ເຕັກ​ໂນໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແມ່ນ​ປັດ​ໄຈ​ໜຶ່ງ​ສຳຄັນ​ປະກອບສ່ວນ​ປະຕິບັດ 3 ບຸກທະລຸ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ​ສຳ​ເລັດ. ບົນ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ:

   “ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ, ບັນດາ​ຜູ້​ຊ່ຽວຊານ, ນັກ​ຄົ້ນຄ້ວາ ຕ້ອງ​ຊາບ​ຊືມທັດສະນະທີ່​ວ່າ ເຕັກ​ໂນໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແມ່ນ​ພື້ນຖານ​ຂອງ​ວິທີ​ການ​ພັດທະນາ​ໃໝ່​ໃນ​ອົງການ​ຄຸມ​ຄອງ​ຂັ້ນຕ່າງໆ, ບັນດາ​ຂະ​ແໜງ​ເສດຖະກິດ​ສັງຄົມ, ​ໃນ​ແຕ່​ລະວິ​ສາ​ຫະກິດ ​ແລະ ທົ່ວ​ສັງຄົມ; ສຸມ​ໃສ່​ພັດທະນາ ​ແລະ ນຳ​ໃຊ້ເຕັກ​ໂນໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ຜະລິດ​, ດຳ​ເນີນ​ທຸລະ​ກິດ ​ແລະ ການ​ຄຸ້ມ​ຄອງ ມຸ້ງ​ໄປ​ເຖິງ​ຈຸດໝາຍ​ຍົກ​ສູງ​ຄວາມ​ສາມາດ​ແກ້ງ​ແຍ້​ງຮອບດ້ານ​ແຫ່ງຊາດ, ຖື​ວ່າ, ນີ້​ແມ່ນ​ເສັ້ນທາງດີ​ທີ່​ສຸດ​ເພື່ອ​ໃຫ້​ຫວຽດນາມ ກ້າວ​ທັນ​ກັບ​ບັນດາ​ປະ​ເທດ​ພັດທະນາ ​ແລະ ຍຸກ​ສະ​ໄໝ”.

ຂ່າວ/ບົດ​ອື່ນ