ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 7

(VOVWORLD) - ວັນທີ 06 ທັນວາ, ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 7 (EAMF-7) ໂດຍກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງ, ໄດ້ໄຂຂຶ້ນຢູ່ນະຄອນ ດ່າໜັງ ຢ່າງເປັນທາງການ.

 ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນກ່ວາ 90 ທ່ານ ລວມມີບັນດາເຈົ້າໜ້າທີ່ລັດຖະບານ, ນັກຄົ້ນຄວ້າທີ່ມາຈາກ 10 ປະເທດ ອາຊຽນ, 8 ປະເທດຄູ່ຮ່ວມມືເຈລະຈາຂອງ ອາຊຽນ (ລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ລັດເຊຍ ແລະ ອາເມລິກາ), ຄະນະເລຂາອາຊຽນ ພ້ອມດ້ວຍຜູ້ຕາງໜ້າບາງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 7 - ảnh 1 ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 7 (ພາບ: TTXVN)

        ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ສະເໜີບັນດາຜູ້ແທນເຂົ້າຮ່ວມເວທີປາໄສທະເລ ອາຊຽນ ຈົ່ງເປີດກ້ວາງການສຸມໃສ່ກວດກາຕີລາຄາສະພາບການຮ່ວມມືທະເລໃນໄລຍະຜ່ານມາຢ່າງຮອບດ້ານ, ກຳນົດບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງ ແລະ ສະເໜີແນະບັນດາມາດຕະການ ແນໃສ່ຍົກສູງການຮ່ວມມືດ້ານທະເລໃນໄລຍະຈະມາເຖິງກ່ວາອີກ. ໃນນັ້ນ, ມີການເພີ່ມທະວີບົດບາດຂອງເວທີປາໄສທະເລ ອາຊຽນ ເປີດກ້ວາງ ເພື່ອໜູນຊ່ວຍໃຫ້ແກ່ວຽກງານສົມທົບບັນດາການເຄື່ອນໄຫວຮ່ວມມືທະເລຢູ່ພາກພື້ນ, ພິເສດ ແມ່ນໃນສະພາບການສະເຫຼີມສະຫຼອງ 25 ປີແຫ່ງວັນສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ມີຜົນສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ