ເວທີປາໄສນັກທຸລະກິດ ຫວຽດນາມ 2019

(VOVWORLD) -  ເວທີປາໄສນັກທຸລະກິດ ຫວຽດນາມ 2019 ໂດຍຫ້ອງການການຄ້າອຸດສາຫະກຳ ຫວຽດນາມ ສົມທົບກັບສະພາສູນກາງບັນດາສະຫະສະມາຄົມວິສາຫະກິດ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 05 ຕຸລາ ຢູ່ນະຄອນ ດ່າໜັງ.
ເວທີປາໄສນັກທຸລະກິດ ຫວຽດນາມ 2019 - ảnh 1 ເວທີປາໄສນັກທຸລະກິດ ຫວຽດນາມ 2019

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ຢືນຢັນວ່າ: ຫົວເລື່ອງຂອງເວທີປາໄສນັກທຸລະກິດ ຫວຽດນາມ 2019 ທີ່ວ່າ “ຫວຽດນາມ ປີ 2045 - ຄວາມຄາດຫວັງເຂັ້ມແຂງແຮງກ້າ ແລະ ພາລະກຳນັກທຸລະກິດ: ສະແດງຄວາມຄາດຫວັງມຸ່ງໄປເຖິງການສ້າງສັງຄົມທັນສະໄໝ; ເປົ້າໝາຍຮອດປີ 2045 ແມ່ນການເປັນປະເທດວັດທະນາຖາວອນ, ປະດິດຄິດສ້າງໂດຍພື້ນຖານ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ກ່າວວ່າ:

        “ລັດຖະບານ, ນາຍົກລັດຖະມົນຕີປາດຖະໜາຢາກໃຫ້ບັນດາວິສາຫະກິດ, ນັກທຸລະກິດ ຫວຽດນາມ ຍົກສູງລະດັບຄວາມຮູ້ຮອບດ້ານຢ່າງບໍ່ຢຸດຢັ້ງ. ເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນສົມບັດ, ສະຕິຄວາມຮັບຮູ້ຂອງພົນລະເມືອງ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຈິດໃຈເພື່ອປະເທດຊາດຂອງຖັນແຖວນັກທຸລະກິດ; ປະກອບສ່ວນຍູ້ແຮງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ເຊື່ອມໂຍງເຂົ້າກັບສາກົນ.

        ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ຖືວ່າ: ເພື່ອພັດທະນາພື້ນຖານເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງນັ້ນ, ລັດຖະບານຄວນສຸມໃສ່ສ້າງກົນໄກນະໂຍບາຍສົ່ງເສີມ ເພື່ອໜູນຊ່ວຍການລົງທຶນເຂົ້າບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ອຸດສາຫະກຳໜູນຊ່ວຍ, ກະສິກຳເຕັກໂນໂລຊີສູງ, ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່ເປັນມິດກັບສິ່ງແວດລ້ອມ, ເຕັກໂນໂລຊີຂໍ້ມູນຂ່າວສານ.

ຕອບກັບ

ຂ່າວ/ບົດ​ອື່ນ