ເວທີປາໄສຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ - ອາຟລິກາ

ເວທີປາໄສຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ - ອາຟລິກາ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 09/01, ຢູ່​ນະຄອນ​ໂຮ່ຈິ​ມິນ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI) ​ໄດ້​ສົມທົບ​ກັບ​ອົງການ​ສາກົນ​ໃຊ້​ພາສາ​ຝລັ່ງຫວຽດນາມ (OIF) ຈັດ​​ເວທີ​ປາ​ໄສ “ຄູ່​ຮ່ວມ​ມື​ພັດທະນາການ​ຮ່ວມ​ມື​ໃຕ້ - ​ໃຕ້ ​ໃນ​ຂົງ​ເຂດ​ຜະລິດ​ຕະພັນ​ກະ​ເສດປຸງ​ແຕ່ງ”. ​ເວທີ​ປາ​ໄສ​​ແມ່ນນອນ​ໃນ​ຂອບ​ເຂດການ​ເຄື່ອນ​ໄຫວ​ວາທີ​ປາ​ໄສ​ລະຫວ່າງຫວຽດນາມ - ອາ​ຟລິກາ 2014, ​ແມ່ນ​ໂອກາດ​ສະ​ດວກ​​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ອາ​ຟລິ​ກາ​ກາງ ​ແລະ ອາ​ຟລິ​ກາ​ຕາ​ເວັນ​ຕົກ. ຜ່ານ​ເວທີ​ປາ​ໄສ​ຄັ້ງ​ນີ້, ບັນດາ​ວິ​ສາ​ຫະກິດ 2 ຝ່າຍ ມີ​ກາລະ​ໂອກາດ​ພົບ​ປະ, ​ແລກປ່ຽນ​ບົດຮຽນ ​ແລະ ຊອກ​ຫາ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ສົ່ງ​ອອກ, ນຳ​ເຂົ້າ​ ເຂົ້າສານ, ​ໃມ້ສຳ​ເລັດ​ຮູບ ​ແລະ ວັດສະດຸ​ກໍ່ສ້າງ, ​ການ​ຄ້າ​ທະນາຄານ...

   ທີ່​ເວທີ​ປາ​ໄສ, ມີ​ບັນດາ​ຄຳ​ເຫັນ​ສັງ​ເກ​ດ​ວ່າ: ອາ​ຟລິ​ກາ ພວມ​ຢູ່​ໃນ​ໄລຍະດີ​ທີ່​ສຸດ​ຂອງ​ການ​ພັດທະນາ​ເສດຖະກິດ, ຍັງ​ຮັກສາ​ທ່າ​ເຕີບ​ໂຕ​ຢ່າງ​ແຮງ ​ໃນ​ສະພາບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ລວມ. ທ່ານ ຫງວຽນ​ງອກ​ທັ໋ງ, ຮອງ​ຫົວ​ໜ້າ​ຄະນະ​ພົວພັນ​ກັບ​ສາກົນ VCCI, ​ເລຂາທິການ​​ໃຫຍ່ເວທີ​ປາ​ໄສ​ ​ໃຫ້​ຮູ້​ວ່າ.

  “ພວກ​ຂ້າພະ​ເຈົ້າ​​ໄດ້​ຕີ​ລາຄາ​ວ່າ ອາ​ຟລິ​ກາ​ແມ່ນ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ. ອົງການ​ແຫ່ງ​ລັດ​ຈະ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ຫວັງ​ເຮັດ​ວຽກ​ກັບ​ອາ​ຟລິ​ກາ. ນີ້​ກໍ່​ແມ່ນກຳນົດທິດ​ຍຸດທະສາດ​ຂອງ​ຫວຽດນາມ. ທາງຝ່າຍ VCCI, ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນສັນຍາວ່າ ຜ່ານ​ບັນດາ​ເອກະສານ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ກັບບັນດາປະ​ເທດ​ອາ​ຟລິ​ກາ ໜູນ​ຊ່ວຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຊອກ​ຫາ​ຄູ່​ຮ່ວມ​ມື​ທີ່​ເໝາະ​ສົມ​ເພື່ອ​ມີຄວາມ​ສະດວກ ​ແລະ ມີ​ລັກສະນະ​ນິຕິ​ກຳ​ເມື່ອຊາບ​ຊຶມ​ເຂົ້າ​ຕະຫຼາດ​ດັ່ງກ່າວ​ຢ່າງ​ຕັ້ງ​ໜ້າ”.

ຂ່າວ/ບົດ​ອື່ນ