ເສດຖະກິດ ຂອງ ອາເມລິກາ ບັນລຸເຕີບໂຕແຮງທີ່ສຸດໃນຕະຫຼອດໄລຍະ 13 ປີ ທີ່ຜ່ານມາ.

(VOVWORLD) -ວັນທີ 27 ກຸມພາ, ກະຊວງການຄ້າ ອາເມລິກາ ໄດ້ປະກາດວ່າ: ໃນປີ 2018 ພື້ນຖານເສດຖະກິດ ຂອງປະເທດນີ້ ບັນລຸ ການເຕີບໂຕສູງກ່ວາໝູ່ໃນຕະຫຼອດໄລຍະ 13 ປີ ທີ່ ຜ່ານມາ.

 ບົດລາຍງານຂອງກະຊວງການຄ້າ ອາເມລິກາ ໃຫ້ເຫັນວ່າໃນປີທີ່ຜ່ານມາ, ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ພື້ນຖານເສດຖະກິດ ອາເມລິກາ ໄດ້ເພື່ມຂຶ້ນ 2,9%, ເພີ່ມຂຶ້ນ 2,2 % ເມື່ອທຽບໃສ່ປີ 2017 ແລະ ເກືອບເທົ່າທຽມກັບລະດັບຄາດໝາຍ ທີ່ ທ່ານ Donald Trump ປະທານາທິບໍດີ ອາເມລິກາໄດ້ ວາງອອກ. ແຕ່ວ່າ, ໃນໄຕມາດສຸດທ້າຍຂອງ ປີ 2018 ພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກນີ້ໄດ້ມີການເຕີບໂຕຊ້າລົງ, ຢູ່ໃນລະດັບ 2,6% ເມື່ອທຽບໃສ່ ລະດັບ 3,4% ຂອງໄຕມາດກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ