ເສດຖະກິດ ຫວຽດນາມ ຍັງມີລະດັບການເຕີບໂຕໄວທີ່ສຸດຢູ່ ອາຊີ ເຖິງວ່າຖືກຊຸດໂຊມຍ້ອນໂລກລະບາດໂຄວິດ 19

(VOVWORLD) -  ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຫລຸດລົງຢ່າງແຮງໃນປີ 2020, ລົງໃນລະດັບ 4,8%, ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ແຜ່ລະບາດ ແລະ ຕໍ່ໄປແມ່ນບັນດາການກະທົບຫລຸດລົງຢ່າງແຮງກ່ຽວກັບຄວາມຕ້ອງການ ເຊິ່ງປັດຈຸບັນພວມເກີດຂຶ້ນຢູ່ບັນດາປະເທດເປັນຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນຕົ້ນຕໍຂອງ ຫວຽດນາມ.

  ເຖິງຢ່າງໃດກໍ່ຕາມ, ເຖິງວ່າບັນດາການເຄື່ອນໄຫວດ້ານເສດຖະກິດຖືກຊຸດໂຊມ ແລະ ຄວາມສ່ຽງຈາກໂລກລະບາດໂຄວິດ 19 ຍັງຄົງຕົວຢູ່ ນັ້ນ, ຫວຽດນາມ ຍັງແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການເຕີບໂຕເສດຖະກິດໄວທີ່ສຸດໃນພາກພື້ນ ອາຊຽນ. ນີ້ແມ່ນຂໍ້ສັງເກດ ໄດ້ຍົກອອກມາໃນບົດລາຍງານແງ່ຫວັງການພັດທະນາ ອາຊີ (ADO 2020) ໂດຍທະນາຄານພັດທະນາ ອາຊີ (ADB) ປະກາດໃນວັນທີ 03 ເມສາ.

        ຕາມການໄຈ້ແຍກລະອຽດຂອງ ADB ແລ້ວ, ລະດັບການເຕີບໂຕເສດຖະກິດ ຫວຽດນາມ ຖືກຫລຸດລົງໃນລະດັບ 3,8% ໃນໄຕມາດ 1 ປີ 2020, ເມື່ອທຽບໃສ່ລະດັບ 6,8% ຂອງໄລຍະດຽວກັນປີ 2019. ເລື່ອງຈຳກັດການໄປມາ ແມ່ນເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2 ໄດ້ເຮັດໃຫ້ການ ບໍລິໂພກອຸປະໂພກຢູ່ພາຍໃນປະເທດຊັກຊ້າລົງ. ການເຕີບໂຕຂອງຂົງເຂດການບໍລິການ, ແມ່ນຂົງເຂດຖືກຜົນກະທົບຫລາຍທີ່ສຸດ ຍ້ອນໂລກລະບາດ, ຫລຸດລົງເຫຼືອພຽງ 3,2% ໃນໄຕມາດ 1 ປີ 2020.

         ADB ຄາດຄະເນວ່າ ຖ້າຫາກໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມໃນເຄິ່ງຕົ້ນປີ 2020, ພື້ນຖານເສດຖະກິດ ຫວຽດນາມ ຈະສາມາດຟື້ນຟູໄດ້ດ້ວຍລະດັບການເຕີບໂຕ 6,8% ໃນປີ 2021 ແລະ ຈະສືບຕໍ່ເຕີບໂຕຢ່າງແຮງໃນໄລຍະກາງ ແລະ ຍາວ. ຫວຽດນາມ ກໍ່ໄດ້ຮັບຜົນປະໂຫຍດຈາກເລື່ອງ ຈີນ ສາມາດຄວບຄຸມ ໂລກລະບາດໂຄວິດ 19 ໄດ້ແລ້ວ ແລະ ເລື່ອງຟື້ນຟູການເຕີບໂຕຂອງ ຈີນ ຈະປະກອບສ່ວນຟື້ນຟູລະບົບມູນຄ່າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ