(vovworld) – ດ້ວຍຫົວຂໍ້ “ຊອກຫາບັນດາກາລະໂອກາດລົງທຶນໃໝ່ຢູ່ຫວຽດນາມ”, ກອງປະຊຸມສຳມະນາກ່ຽວກັບການລົງທຶນໄດ້ດຳເນີນໄປໃນຕອນເຊົ້າວັນທີ 11/09, ຢູ່ນະຄອນໂຮ່ຈິມິນ ໄດ້ດຶງດູດວິສາຫະກິດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ບັນດາຄຳເຫັນທີ່ກອງປະຊຸມສຳມະນາຖືວ່າ, ປະຈຸບັນ ຫວຽດນາມ ພວມມີໂຄງປະກອບພົນລະເມືອງຄຳ, ພົນລະເມືອງໜຸ່ມໄດ້ຮັບການສຶກສາໄດ້ດີ ແລະ ພວມກ້າວຂຶ້ນ, ອັນໄດ້ສ້າງຄວາມຕ້ອງການດ້ານການໃຊ້ສອຍ ແລະ ການບໍລິການໜູນຊ່ວຍຢ່າງຫຼວງຫຼາຍ…
ທ່ານ ຫວໍຈິ໋ແທ່ງ, ຮອງຫົວໜ້າສະຖາບັນຄຸ້ມຄອງເສດຖະກິດສູນກາງ ໃຫ້ຮູ້ວ່າ ພື້ນຖານເສດຖະກິດຫວຽດນາມ ພວມຢູ່ໃນໄລຍະຫັນປ່ຽນ ມີລັກສະນະບາດລ້ຽວກ່ຽວກັບຮູບແບບເຕີບໂຕ, ປະຕິຮູບ ແລະ ຫັນລັດວິສາຫະກິດເປັນຫຸ້ນສ່ວນ, ນີ້ແມ່ນກາລະໂອກາດທີ່ໃຫຍ່ຫຼວງສຳລັບບັນດານັກລົງທຶນ.
“ໃນໄລຍະຍາວ ກາລະໂອກາດລົງທຶນເຂົ້າຫວຽດນາມ ແມ່ນໃຫຍ່ຫຼວງ. ທີ່ 1ແມ່ນ, ຫວຽດນາມ ນອນໃນເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນ. ທີ 2 ແມ່ນ, ຫວຽດນາມ ໄດ້ເຂົ້າຮ່ວມພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ ຜ່ານບັນດາສັນຍາການຄ້າເສລີ ຈະໄດ້ຮັບການລົງນາມໃນປີ 2014 ແລະ 2015, ພິເສດແມ່ນການເຂົ້າຮ່ວມ ແລະ ສາມາດລົງນາມໃນສັນຍາການຄ້າຂ້າມປາຊີຟິກ TPP ໄດ້”.