ເສດ​ຖະ​ກິດ​ຫວຽດ​ນາມ​ກັບ​ມາ ​ເຕີບ​ໂຕ​ຄືນ​ໃໝ່​ພາຍຫຼັງ ໂລກ​ລະ​ບາດ Covid – 19

(VOVWORLD) - ໃນ 5 ເດືອນຕົ້ນປີ ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າຂອງຫວຽດນາມ ຄາດຄະເນວ່າ ບັນລຸໄດ້ເກືອບ 197 ຕື້ USD. ຫວຽດນາມ ສືບຕໍ່ມີ ມູນຄ່າການສົ່ງອອກເກີນດຸນແມ່ນ 1,9 ຕື້ USD, ສູງກ່ວາຫຼາຍເມື່ອທຽບໃສ່ຕົວເລກຂາດດຸນ 256 ລ້ານ USD ໃນໄລຍະດຽວກັນຂອງປີກາຍ.
ເສດ​ຖະ​ກິດ​ຫວຽດ​ນາມ​ກັບ​ມາ ​ເຕີບ​ໂຕ​ຄືນ​ໃໝ່​ພາຍຫຼັງ ໂລກ​ລະ​ບາດ Covid – 19 - ảnh 1ພາບປະກອບ 

ຕາມການຄາດຄະເນຂອງ ກອງທຶນເງິນຕາສາກົນແລ້ວ, ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີການເຕີບໂຕເປັນບວກ ດ້ວຍອັດຕາແມ່ນ 2,7%. ໃນຂະນະດຽວກັນ, ທະນາຄານໂລກຄາດຄະເນວ່າ ການເຕີບໂຕປີ 2020 ຂອງຫວຽດນາມຈະຢູ່ໃນລະດັບ 4,9% ແລະ ທະນາຄານພັດທະນາອາຊີຄາດຄະເນວ່າ ແມ່ນ 4,8%. ດ້ວຍບັນດາການເຕີບໂຕຂອງພື້ນຖານເສດຖະກິດໃນເດືອນພຶດສະພາທີ່ຜ່ານມານີ້ ແມ່ນກຳລັງໜູນເພື່ອໃຫ້ຫວຽດນາມບັນລຸໄດ້ບັນດາເປົ້າໝາຍເຕີບໂຕທີ່ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ