ເສດຖະກິດຫວຽດນາມຕໍ່ໜ້າກາລະໂອກາດແລະສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດຫວຽດນາມຕໍ່ໜ້າກາລະໂອກາດແລະສິ່ງທ້າທາຍຫຼາຍຢ່າງ - ảnh 1
ພາບ​ປະ​ກອບ

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 6/10, ທະ​ນາ​ຄານ​ໂລກ (WB) ໄດ້​ປະ​ກາດ​ບົດ​ລາຍ​ງານ​ອັບ​ເດັດ​ເສດ​ຖະ​ກິດ​ພາກ​ພືນ ອາ​ຊີຕາ​ເວັນ​ອອກ - ປາ​ຊີ​ຟິກ. ບົດ​ລາຍງານ​ຄາ​ດ​ຄະ​ເນ​ວ່າ: ການ​ເຕີບ​ໂຕ​ຂອງ ຫວຽດ​ນາມ ໃນ​ປີ 2014 ຢູ່​ໃນ​ລະ​ດັບ 5,4%, ຕ່ຳ​​ກ່​ວາເມື່ອ​ທ​ຽບ​ໃສ່​​ຄາດ​ໝາຍ 5,8% ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ວາງ​ອອກ. ການ​ຄາດ​ຄະ​ເນນີ້​ໄດ້​ຍົກ​ອອກ​ມາ​​ອີງ​ບົນ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ​ພວມ​ມີ​ສັນ​ຍານ​ຟື້ນ​ຕົວ ແຕ່​ລະ​ດັບ​ບໍ່​​ສະ​ໝ່ຳ​ສະ​ເໝີ. ໃນ​ສະ​ພາບ​ການນັ້ນ, ການ​ເຕີບ​ໂຕ​ຢູ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ພາກ​ພື້ນ​ທີ່​​ຂະ​ຫຍັນ​ຂັນ​ເຄື່ອນ​ຄື ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ ກໍ່​ຫລຸດ​ຜ່ອນ​ນ້ອຍ​ໜຶ່ງ ຈາກ​ລະ​ດັບ 7,2% ໃນ​ປີ​ກ່ອນ​ລົງ​ເຫຼື​ອ​ພຽງ​ລະ​ດັບ 6,9% ໃນ​ປີ ແລະ ປີ​ໜ້າ.

        ບັນ​ດາ​ນັກ​ຊ່ຽວ​ຊານ​ຂອງ​ທະ​ນາ​ຄານ​ໂລກ ຖື​ວ່າ: ບາງ​ປະ​ເທດ, ໃນ​ນັ້ນ ມີ ຫວຽດ​ນາມ ຍັງ​ຕ້ອງ​ປະ​ຕິ​ບັດ​​ການ​ປະ​ຕິ​ຮູບ​ສຳ​ຄັນ ແລະ ບຸ​ລ​ິ​ມະ​ສິດ​ໃນ​ໄລ​ຍະ​ສັ້ນ​ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ຄົງ​ຄ້າງ​ພາຍຫຼັງ​​ປະ​ຕິ​ບັດ​ນະ​ໂບ​ບາ​ຍ​ຜ່ອນ​ຄາຍ​ດ້ານເງິນ​ຕາ ແລະ ສົ່ງ​ເສີມ​ການ​ເງິນ​ໃນ​ໄລ​ຍະ​ຍາວ. ບົດ​ລ​າຍ​ງານ​ອັບ​ເດັດ​ເສດ​ຖະ​ກິດ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ ຊີ້​ແຈ້ງວ່າ: ຫວຽດ​ນາມ ມີ​ເງື່ອນ​ໄຂ​ເໝາະ​ສົມ​ເພື່ອ​ເພີ່ມ​ການ​ສົ່ງ​ອອກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ສິ່ງ​ດັ່ງ​ກ່າວ​ສ່ອງ​ແສງ​ລະ​ດັບ​ເຊື່ອມ​ໂຍງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫ​ວຽດ​ນາມ ເຂົ້າ​ໃນ​ບັນ​ດາ​ຄຸນ​ຄ່າ​ທົ່ວ​ໂລກ ແລະ ພາກ​ພື້ນ.


ຂ່າວ/ບົດ​ອື່ນ