ເສດຖະກິດຫວຽດນາມປີ2017ຄາດວ່າຈະເຕີບໂຕຕາມທິດຕັ້ງໜ້າ

ເສດຖະກິດຫວຽດນາມປີ2017ຄາດວ່າຈະເຕີບໂຕຕາມທິດຕັ້ງໜ້າ - ảnh 1
ພາບ​ປະ​ກອບ

(vovworld) – ປີ 2017, ຄາດໝາຍ​ການ​ເຕີບ​ໂຕ GDP ຂອງ​ທົ່ວ​ປະ​ເທດ​ສຸ​ຊົນ​ບັນ​ລຸ 6,7%, ດັດ​ສະ​ນີ​ໄພ​ເງິນ​ເຟີ້​ຕ່ຳ​ກ່​ວາ 4% ແລະ ງົບ​ປະ​ມານ​ຕ້ອງ​ຮັບ​ປະ​ກັນ​ທັງ​ສູນ​ກ​າງ ແລະ ທ້ອງ​ຖິ່ນ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບສະ​ພາບ​ການ​ເສດ​ຖະ​ກິດ​ປີ 2017, ບັນ​ດາ​ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ​ຖື​ວ່າ: ຫວຽດ​ນາມ ຍັງ​ຄົງ​ມີ​ທ່າ​ສະ​ດວກ​ເມື່ອ​ທຽບ​ໃສ່ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ, ຍ້ອນ​ວ່າດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ມີຫຼາຍ​ທ່າ​ໄດ້​ປຽບ​ເມື່ອ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ. ໃນ​ນັ້ນ​ມີ​ຂະ​ແໜງ​ກະ​ສິ​ກຳ, ປ່າ​ໄມ້ - ສິນ​ໃນ​ນ້ຳ ພາຍຫຼັງ​ໄລ​ຍະ​ໜຶ່ງ​ຖືກ​ຊຸດ​ໂຊມ​ນັ້ນ, ຊຸມ​ເດືອນ​ທ້າຍ​ປີ​ໄດ້​ກັບ​ຄືນ​ສ​ູ່​​ເພີ່ມ​ຂຶ້ນສູງ​ຄື​ເກົ່າ. ໝວດ​ຂະ​ແໜງ​ອຸ​ດ​ສາ​ຫະ​ກຳ - ກໍ່​ສ້າງ ແລະ ການ​ບໍ​ລິ​ກາ​ນ​ເພີ່ມ​ຂຶ້ນ​ສູງ​ກ່​ວາ​ລະ​ດັບ​ລວມ. ຮອງ​ສາດ​ສະ​ດາ​ຈານ, ປອ ຟ້າມ​ເຕີດ​ຖ​ັງ,  ນັກ​ຄົ້ນ​ຄ້​ວາ​ຂັ້ນ​ສູງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຖື​ວ່າ:

        “ປີ 2017, ແມ່ນ​ໜຶ່ງ​ໃນ​ຊຸມ​ປີ​ສະ​ດວກ​ສຳ​ລັບ​ເສດ​ຖະ​ກິດ ຫວຽດ​ນາມ, ມີ​ສັນ​ຍາ​ການ​ຄ້າ​ເສ​ລີຫຼາຍ​ສະ​ບັບ​ມີ​ຜົນ​ສັກ​ສິດ ແລະ ເມື່ອ​ມີ​ຜົນ​ສັກ​ສິດ​ຈະ​ສ້າງ​ຄວາມ​ສະ​ດວກ ຖ​້າ​ຫາກ​ເຮົາ​ໝູນ​ໃຊ້​ໄດ້​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ​ກັບ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ, ສະ​ຫະ​ພາບ ເອີ​ລົບ, ສ. ເກົາຫຼີ, ຍີ່​ປຸ່ນ, ສິ່ງ​ດັ່ງ​ກ່າວ​ຈະ​ເປີດ​​ແງ່​ຫວັງ​ສົ່ງ​ອອກ​ດີ​ພໍ​ສົມ​ຄວນ. ພ້ອມ​ກັນ​ນັ້ນ, ໂດຍ​ອີງ​ໃສ່​ເລື່ອງ​ນຳ​ເຂົ້າ​ບັນ​ດາ​ເຕັກ​ໂນ​ໂລຢ​ີ​ທັນ​ສະ​ໄໝ​ຂອງ​ຊຸມ​ປີ​ກ່ອນ, ປີນີ້​​ກໍ່ເລີ່ມ​ເສີມ​ຂະ​ຫຍາຍ​​ຄຸນ​ປະ​ໂຫຍດ ແລະ ຈາກ​ນັ້ນ​ຈະ​ສ​້າງ​ຄວາມ​ສາ​ມາດ​​ໃຫ້ພວກ​ເຮົາ​ຍູ້​ແຮງ​ການ​ສົ່ງ​ອອກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”


ຂ່າວ/ບົດ​ອື່ນ