ເສດຖະກິດຫວຽດນາມເຕີບໂຕຢ່າງແຮງ ເຖິງວ່າປະສົບກັບສິ່ງທ້າທາຍຫຼາຍຢ່າງ

(VOVWORLD) -ເສດຖະກິດຫວຽດນາມສືບຕໍ່ເພີ່ມຂຶ້ນແຮງໃນ 6 ເດືອນຕົ້ນປີ 2018, ເຖິງວ່າ ມີສິ່ງທ້າທາຍຫຼາຍຢ່າງທັງຢູ່ພາຍໃນ ແລະ ຕ່າງປະເທດ ອາດຈະສົ່ງຜົນກະທົບຕໍ່ແງ່ຫວັງແຫ່ງການເຕີບໂຕຂອງປີນີ້ ແລະ ປີຕໍ່ໄປ. ນີ້ແມ່ນເນື້ອໃນໄດ້ຍົກໃຫ້ເຫັນໃນບົດລາຍງານເສດຖະກິດປະກາດປະຈໍາປີ ກ່ຽວກັບ ແງ່ຫວັງພັດທະນາອາຊີ (ADO) 2018 (ສະບັບອັບເດດ), ພາກກ່ຽວກັບຫວຽດນາມ, ໂດຍທະນາຄານພັດທະນາ ອາຊີ (ADB) ປະກາດໃນວັນທີ 26 ກັນຍາ, ທີ່ຮ່າໂນ້ຍ. 

ເສດຖະກິດຫວຽດນາມເຕີບໂຕຢ່າງແຮງ ເຖິງວ່າປະສົບກັບສິ່ງທ້າທາຍຫຼາຍຢ່າງ - ảnh 1 ທ່ານ Eric Sidgwick, ຜູ້ອໍານວຍການແຫ່ງຊາດຂອງ ADB ຢູ່ຫວຽດນາມ ຄາດຄະເນການເຕີບໂຕ ຂອງຫວຽດນາມໃນໄລຍະຈະມາເຖິງ (ພາບ: vietnammoi.vn)

ໃນບົດລາຍງານ, ທະນາຄານ ADB ຄາດຄະເນວ່າ ການເຕີບໂຕເສດຖະກິດ ຂອງຫວຽດນາມໃນປີ 2018 ແມ່ນຢູ່ໃນລະດັບ 6,9% , ທະນາຄານ ADB ຄາດວ່າ ໃນປີ 2019 ຫວຽດນາມຈະຮັກສາທ່າເຕີບໂຕ ຢູ່ໃນລະດັບ 6,8%. ເມື່ອໄຈ້ແຍກບັນດາກໍາລັງໜູນເຕີບໂຕຕົ້ນຕໍຂອງເສດຖະກິດຫວຽດນາມໃນ 6 ເດືອນຕົ້ນປີ 2018, ທ່ານ ຫງວຽນມິນເກືອງ, ນັກຊ່ຽວຊານເສດຖະກິດຂອງທະນາຄານ ADB, ຕີລາຄາເສດຖະກິດຫວຽດນາມ ເຕີບໂຕຢ່າງຮອບດ້ານ,ໃນນັ້ນຂະແໜງອຸດສາຫະກໍາ, ກະສິກໍາ, ການບໍລິການ  ແມ່ນຈຸດພົ້ນເດັ່ນ.

        ທ່ານ Eric Sidgwick, ຜູ້ອໍານວຍການແຫ່ງຊາດຂອງ ADB ຢູ່ຫວຽດນາມ, ໃຫ້ຮູ້ວ່າ ໄປຄຽງຄູ່ບັນດາປັດໄຈເຕີບໂຕຕັ້ງໜ້າ, ບັນດາສິ່ງທ້າທາຍຈາກພາຍນອກ ກໍຄື ພາຍໃນປະເທດ ອາດຈະນໍາເຊິ່ງຄວາມສ່ຽງສູງກວ່າຕໍ່ການເຕີບໂຕເສດຖະກິດຂອງຫວຽດນາມ. ການເຕີບໂຕຂອງບັນດາພື້ນຖານເສດຖະກິດໃຫຍ່ຄື ຈີນ ຫຼື ສະຫະພາບເອີຣົບ, ຍີ່ປຸ່ນ ຖືກຫຼຸດໜ້ອຍຖອຍລົງ ອາດຈະສົ່ງຜົນກະທົບເຖິງບັນດາກາລະໂອກາດສົ່ງອອກຂອງຫວຽດນາມ. ພ້ອມກັນນັ້ນ, ຖ້າຫາກການພົວພັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍັງຄົງສືບຕໍ່ເຄັ່ງຕຶງ ແມ່ນກໍຈະສົ່ງຜົນກະທົບເຖິງການເຄື່ອນໄຫວການຄ້າຕ່າງປະເທດຂອງຫວຽດນາມ ກໍຄື FDI  ເຂົ້າຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ