ເສ​ນາ​ຮັກ​ບັນ​ດາ​ປະ​ເທດ​ອາ​ຊຽນ ເຝິກຊ້ອມ ​ກົນ​ໄກ່​ປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid – 19 ທາງ​ອອນ​ລາຍ

(VOVWORLD) -ວັນທີ 27 ພຶດສະພາ, ກົມເສນາຮັກ (ກົມໃຫຍ່ພາລາທິການ, ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ຈັດຕັ້ງການເຝິກຊ້ອມ ແກ້ໄຂກໍລະນີໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ທາງອອນລາຍ(ADMM Covid – 19 TTX) ລະຫວ່າງເສນາຮັກບັນດາປະເທດອາຊຽນ. 
ເສ​ນາ​ຮັກ​ບັນ​ດາ​ປະ​ເທດ​ອາ​ຊຽນ ເຝິກຊ້ອມ ​ກົນ​ໄກ່​ປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid – 19 ທາງ​ອອນ​ລາຍ - ảnh 1 ບັນດາຜູ້ແທນເຂົ້າຮ່ວມ ການເຝິກຊ້ອມ ແກ້ໄຂກໍລະນີໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ທາງອອນລາຍ(ADMM Covid – 19 TTX) ຢູ່ຈຸດຖ່າຍທອດສົດຮ່າໂນ້ຍ (ພາບ:TTXVN)

ກຳລັງເຂົ້າຮ່ວມການເຝິກຊ້ອມລວມມີ ເສນາຮັກບັນດາປະເທດອາຊຽນ, ສູນເສນາຮັກອາຊຽນ (ACMM), ຜູ້ຕາງໜ້າສູນໂຕ້ຕອບຢ່າງຮີບດ່ວນບັນດາເຫດການທາງການແພດສາທາລະນະ (ກະຊວງສາທາລະນະສຸກ)ຂອງບັນດາປະເທດສະມາຊິກອາຊຽນ, ເສນາຮັກບັນດາປະເທດອາຊຽນ+.

ກ່າວຄຳເຫັນທີ່ການເຝິກຊ້ອມ, ທ່ານພົນໂທຫງວຽນຈີ໊ວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ ໃນຖານະເປັນປະທານອາຊຽນ 2020, ຫວຽດນາມມີຄວາມຫວັງຢາກບັນດາປະເທດອາຊຽນ + ສົມທົບ, ໜູນຊ່ວຍບັນດາປະເທດອາຊຽນ ເພື່ອຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ, ນຳຄວາມສະຫງົບມາໃຫ້ການດຳລົງຊີວິດຂອງປະຊາຊົນ, ຈາກນັ້ນເພີ່ມທະວີການຮ່ວມມືອັນດີລາມລະຫວ່າງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ