ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ຂອງ​ພາກ​ພື້ນ​ເສດ​ຖະ​ກິດ​ລວມ​ໝູ່

(VOVWORLD) - ຕອນບ່າຍວັນທີ 25 ພຶດສະພາ, ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາຜູ້ແທນປຶກສາຫາລືຢູ່ຫໍປະຊຸມ ຢຽນຮົ່ງ ກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງ ຮ່າງກົດໝາຍ ວ່າດ້ວຍສະຫະກອນ (ສະບັບປັບປຸງ).
ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ຂອງ​ພາກ​ພື້ນ​ເສດ​ຖະ​ກິດ​ລວມ​ໝູ່ - ảnh 1ການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 5 (ພາບ: quochoi.vn)

ຮ່າງກົດໝາຍ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ບັນດາສະຫະກອນ ເທົ່ານັ້ນ ຫາກຍັງສົ່ງຜົນກະທົບຢ່າງເລິກເຊິ່ງ, ກວ້າງຂວາງເຖິງຫຼາຍພາກສ່ວນເສດຖະກິດອີກດ້ວຍ. ເຖິງວ່າອັດຕາສ່ວນປະກອບເຂົ້າໃນ GDP ຂອງສະຫະກອນ ແມ່ນຍັງບໍ່ຫຼາຍປານໃດ ແຕ່ນີ້ກໍແມ່ນພາກສ່ວນເສດຖະກິດທີ່ສຳຄັນທີ່ສຸດ, ຕິດພັນກັບການພັດທະນາເສດຖະກິດ - ສັງຄົມ ເວົ້າລວມ, ໂດຍສະເພາະແມ່ນການພັດທະນາກະສິກຳ, ສ້າງຊົນນະບົດໃໝ່ ກໍຄື ປັບປຸງພາກສ່ວນເສດຖະກິດຮ່ວມມືຂອງປະເທດຊາດ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ມາຍວັນຫາຍ, ສະມາຊິກສະພາແຫ່ງຊາດແຂວງ ແທັງຮວ໊າ ສະເໜີວ່າ:

        “ຕ້ອງກຳນົດກົນໄກຕ່າງໆຕື່ມອີກ ເພື່ອຊ່ວຍໃຫ້ ສະຫະກອນກະສິກຳສຸມໃສ່ນຳໃຊ້ທີ່ດິນເພື່ອເປີດກວ້າງການຜະລິດ, ໝູນໃຊ້ເຕັກໂນໂລຢີສູງ. ທີສອງແມ່ນ ໜູນຊ່ວຍບັນດາສະຫະກອນກະສິກຳ ສ້າງລະບົບຮ່ວມສຳພັນການຜະລິດ, ຈຳໜ່າຍ ແລະ ປຸງແຕ່ງຜະລິດຕະພັນກະເສດຂອງພໍ່ແມ່ປະຊາຊົນ. ທີສາມແມ່ນໜູນຊ່ວຍບັນດາ ສະຫະກອນໃນການສ້າງຜະລິດຕະພັນ OCOP.”

       

ຕອບກັບ

ຂ່າວ/ບົດ​ອື່ນ