ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ຢຸດ​ຕິ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່ ​ແມ່​ຍິງ

(VOVWORLD) -ໃນຂອບເຂດກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດເພດຍິງໂລກຄັ້ງທີ 13 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ໃນຕອນຄ່ຳວັນທີ 18 ສິງຫາ, ໄດ້ດຳເນີນກອງປະຊຸມທາງອອນລາຍກ່ຽວກັບການຢຸດຕິການຈຳແນກລະຫວ່າງຍິງ - ຊາຍ,ລວນລາມ ແລະ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນລັດຖະສະພາ ແລະ ໃນສັງຄົມທຸກຊັ້ນວັນນະ.
ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ຢຸດ​ຕິ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່ ​ແມ່​ຍິງ - ảnh 1 ບັນດາຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມທາງອອນລາຍ (ພາບ: quochoi.vn)

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເນັ້ນໜັກວ່າ ສະພາແຫ່ງຊາດບັນດາປະເທດຕ້ອງແກ້ໄຂບັນຫາໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍຍິງ ຢ່າງສົມເຫດສົມຜົນ. ເພື່ອປັບປຸງສະພາບການນີ້ຢ່າງມີປະສິດທິຜົນ, ບັນດາຜູ້ແທນໄດ້ຖືວ່າຕ້ອງມີກອບກົດໝາຍແຂງແຮງ ແລະ ບັນດາອົງການທີ່ມີສິດອຳນາດຂອງແຕ່ລະປະເທດຕ້ອງມີກຳລັງຄວາມສາມາດ, ມີແຫຼ່ງກຳລັງຢ່າງພຽງພໍ ແລະ ມີລັກສະນະທີ່ຖືກຕ້ອງຕາມກົດໝາຍເພື່ອປະຕິບັດ. ສິ່ງນີ້ຮຽກຮ້ອງໃຫ້ສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດບັນດາປະເທດ ຕ້ອງເພີ່ມທະວີສິດຕິດຕາມກວດກາຂອງຕົນເພື່ອຮັບປະກັນວ່າ ບັນດາກົດໝາຍ ແລະ ນະໂຍບາຍເພື່ອແນໃສ່ລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ. ຄຽງຄູ່ກັນນັ້ນ, ສະມາຊິກສະພາແຫ່ງຊາດເພດຍິງກໍ່ຕ້ອງຜັນຂະຫຍາຍບົດບາດເປັນຕົວແທນຂອງຕົນໃຫ້ເປັນຢ່າງດີເພື່ອມີບັນດາຂໍ້ສະເໜີ ແລະ ເປັນເຈົ້າການປະກອບສ່ວນ, ຊຸກຍູ້ບັນດາມາດຕະການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ