ເສີມຂະຫຍາຍບົດບາດເປັນເຈົ້າປະເທດຊາດຂອງປະຊາຊົນ

ເສີມຂະຫຍາຍບົດບາດເປັນເຈົ້າປະເທດຊາດຂອງປະຊາຊົນ  - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ກ່າວຄຳເຫັນໄຂກອງປະຊຸມ
(ພາບ: nguyensinhhung.vn)

(vovworld) - ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​ເນັດ​ທົ່ວ​ປະ​ເທດ ​ເພື່ອ​ຜັນ​ຂະຫຍາຍ​ການ​ຮັບເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ກ່ຽວ​ກັບ​ຮ່າງ​​ລັດຖະທຳ​ມະນູນ​ປີ 1992 ສະບັບປັບປຸງຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 8/1 ຢູ່ ຮ່າ​ໂນ້ຍ ​ແລະ ຫຼາຍ​​ແຫ່ງ​ໃນ​ທົ່ວ​ປະ​ເທດ, ​ເພື່ອ​ຜັນ​ຂະຫຍາຍ​ຄ​ຳສັ່ງ​ຂອງ​ກົມ​ການ​ເມືອງ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ດຳ​ເນີນ​ຊີວິດ​ດ້ານການ​ເມືອງ, ນິຕິ​ບັນຍັດ​ສຳຄັນ​ນີ້.

        ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ, ປະທານ​ກຳມາ​ທິການ​ຮ່າງ​​ລັດຖະທຳ​ມະນູນ​ປີ 1992 ສະບັບປັບປຸງຊີ້​ແຈ້ງວ່າ: ປະຊາຊົນ​ມີ​ບົດບາດ​ສຳຄັນ​ໃນ​ການ​ສ້າງ ​ແລະ ປັບປຸງ​ລັດຖະທ​ຳມະນູນ. ​ໃນ​ປະຫວັດ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ​ຂອງ​ຫວຽດນາມ, ​ເລື່ອງ​ສ້າງ, ​ປະກາດ​ໃຊ້​ ​ແລະ ປັບປຸງ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະທຳ​ມະນູນ ລ້ວນ​ແຕ່ ​ຕ້ອງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ຢ່າງ​ກ້ວາງ​ຂວາງ. ທ່ານ​ກ່າວ​ວ່າ​:

“​ການ​ຮັບເອົາ​ຄຳ​ເຫັນ​ຈາກປະຊາຊົນ​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ສຸດ, ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ກ້ວາງ​ຂວາງ, ​ແທດຈິງ​ຂອງ​ປະຊາຊົນ, ດັ່ງ​ນັ້ນ​ຄວນ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ມີ​ວິທະຍາສາດ, ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ວຽກ​ງານ​​ໂຄສະນາ. ຕ້ອງ​ຮັບ​ຮູ້​ວ່າ: ​ເລື່ອງ​ຮັບເອົາ​ຄຳ​ເຫັນ​ມີ​ຄວາມ​ໝາຍ​ແທດ​ຈິງ, ວິວັດ​ການ​ນີ້​ຕ້ອງ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​​ລະມັດລະວັງ, ມີວິທະຍາສາດ, ກະຈ່າງ​ແຈ້ງ, ປະຊາທິປະ​ໄຕ. ພິ​ເສດ, ຄຳ​ເຫັນ​ຂອງ​ປະຊາຊົນ​ຕ້ອງ​ໄດ້​​ຮັບ​ການ​ລວບ​ລວມ, ຄົ້ນຄ້ວາ​ຮັບ​ເອົາຢ່າງ​ຈິງ​ຈັງ ​ເພື່ອ​ປະກອບສ່ວນ​ປັບປຸງສຳ​ເລັດ​, ຍົກ​ສູ​ງຄຸນ​ນະພາ​ບຂອງ​ຮ່າງ​​ລັດຖະທຳ​ມະນູນ​ປີ 1992 ສະບັບປັບປຸງຄັ້ງ​ນີ້. ”

​        ເມື່ອ​ເຕື້ອງ​ເຖິງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ການຈັດ​ຕັ້ງຮັບ​​ເອົາ​ຄຳ​​ເຫັນ​ຈາກປະຊາຊົນ, ທ່ານ ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເນັ້ນ​ໜັກ​ວ່າ:

“​ເລື່ອງ​ຮັບເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ​ໄດ້​ຜັນ​ຂະຫຍາຍ​ໃນ​ຂອບ​ຂະໜາ​ດກ້ວາງ​ຂວາງ ​ແລະ ມີ​ຫຼາຍພາກສ່ວນ​ເຂົ້າ​ຮ່ວມ​ ດ້ວຍ​ບັນດາ​ຈຸດ​ພິ​ເສດກ່ຽວ​ກັບ​ເຂດ, ພາກ, ຊົນ​ເຜົ່າ.​.​.​ ດ້ວຍ​ຄວາມ​ສາມາດ​ຕົວ​ຈິງ​ຄວນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະຊາຊົນ​ມີ​ການ​ເລືອກ​​ເຟັ້ນ ຮັບ​ການ​ປະກອບຄຳ​ເຫັນ. ​ເລື່ອງ​ຮັບເອົາ​ຄຳ​ເຫັນ​ຈາກປະຊາຊົນ ບໍ່​ພຽງ​ແຕ່​ສຳ​ລັບ​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທ​ດ​ເທົ່າ​ນັ້ນ ຫາກ​ຍັງ​ສຳລັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ອີກ​ດ້ວຍ”

ຂ່າວ/ບົດ​ອື່ນ