ເຫດຍິງປືນໃສ່ລົດເມກໍ່ໃຫ້ເກີດຄວາມບາດເຈັບລົ້ມຕາຍຢູ່ເຂດ Jerusalem

(VOVWORLD) -  ກອງທັບ ອິດສະຣາແອນ ໄດ້ເພີ່ມທະວີບັນດາບັ້ນຮົບດ້ານການທະຫານຢູ່ເຂດຕາເວັນຕົກແມ່ນຳ້ຈໍ້ແດນ ທີ່ຢຶດຄອງນັບແຕ່ເກີດການບຸກໂຈມຕີຫຼາຍຄັ້ງທີ່ເຮັດໃຫ້ 19 ຄົນຖືກເສຍຊີວິດ, ໃນນັ້ນສ່ວນຫຼາຍແມ່ນສາມັນຊົນ ອິດສະຣາແອນ ຖືກເສຍຊີວິດ.
ເຫດຍິງປືນໃສ່ລົດເມກໍ່ໃຫ້ເກີດຄວາມບາດເຈັບລົ້ມຕາຍຢູ່ເຂດ Jerusalem - ảnh 1ສະຖານທີ່ເກີດເຫດ (ພາບ: AFP/TTXVN)

ວັນທີ 14 ສິງຫາ, ຕຳຫຼວດ ອິດສະຣາແອນ ໃຫ້ຮູ້ວ່າ: ມີ 7 ຄົນຖືກຮັບບາດເຈັບ, ໃນນັ້ນມີ 2 ຄົນຖືກເຈັບໜັກ, ພາຍຫຼັງເກີດເຫດຍິງປືນໃສ່ລົດເມຢູ່ເຂດກຳແພງເກົ່າຢູ່ Jerusalem. ປະຈຸບັນ, ຕຳຫຼວດໄດ້ປິດລ້ອມສະຖານທີ່ເກີດເຫດ ແລະ ຊອກຫາຜູ້ຍິງປືນ.

ເຫດບຸກໂຈມຕີລົດເມເກີດຂຶ້ນໃນຂະນະທີ່ສະພາບການໃຊ້ຄວາມຮຸນແຮງລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນປີນຂັ້ນໄດ. ກອງທັບ ອິດສະຣາແອນ ໄດ້ເພີ່ມທະວີບັນດາບັ້ນຮົບດ້ານການທະຫານຢູ່ເຂດຕາເວັນຕົກແມ່ນຳ້ຈໍ້ແດນ ທີ່ຢຶດຄອງນັບແຕ່ເກີດການບຸກໂຈມຕີຫຼາຍຄັ້ງທີ່ເຮັດໃຫ້ 19 ຄົນຖືກເສຍຊີວິດ, ໃນນັ້ນສ່ວນຫຼາຍແມ່ນສາມັນຊົນ ອິດສະຣາແອນ ຖືກເສຍຊີວິດ. ບັນດາບັ້ນເຄື່ອນໄຫວດ້ານການທະຫານມໍ່ໆມານີ້ຂອງທະຫານ ອິດສະຣາແອນ ກໍ່ໄດ້ເຮັດໃຫ້ສາມັນຊົນ ປາແລດສະຕິິນ ກ່ວາ 50 ຄົນຖືກເສຍຊີວິດ.

ຫວ່າງແລ້ວນີ້, ການປະທະກັນແກ່ຍາວເປັນເວລາ 3 ວັນຢູ່ກາຊາ ເຮັດໃຫ້ຊາວ ປາແລດສະຕິນ 49 ຄົນເສຍຊີວິດ, ເຮືອນຊານຫຼາຍຫຼັງຖືກທຳລາຍ, ປະຊາຊົນ ປາແລດສະຕິນ ນັບພັນຄົນບໍ່ມີບ່ອນຢູ່. ວັນທີ 7 ສິງຫາ, ອິດສະຣາແອນ ໄດ້ປະກາດເຫັນດີຂໍ້ຕົກລົງຢຸດຍິງກັບຂະບວນການ ອິດສະລາມ Jihad Palestine (PIJ) ຢູ່ເຂດ ກາຊາ ໂດຍ ອີຢິບ ເປັນຄົນກາງ.

ຕອບກັບ

ຂ່າວ/ບົດ​ອື່ນ