ເຫດ​ມີ​ຄົນ​ເສຍ​ຊີວິດ​ 39 ຄົນໃນ​ລົດ​ຕູ້ container: ກະຊວງຕໍາຫຼວດຫວຽດນາມ ພ້ອມ​ແລ້ວທີ່​ຈະ​ຈັດ​ສົ່ງ​ຄະນະ​​ໄປ​ປະຕິບັດ​ງານ​ຢູ່​ອັງ​ກິດ

(VOVWORLD) -ກະຊວງຕໍາຫຼວດຫວຽດນາມ ພ້ອມແລ້ວທີ່ຈະຈັດສົ່ງຄະນະໄປປະຕິບັດງານຢູ່ ອັງກິດ ເພື່ອສົມທົບກັບກໍາລັງຕໍາຫຼວດຂອງປະເທດນີ້ ສືບສວນ, ຢັ້ງຢືນຊື່ ແລະ ນາມສະກຸນບັນດາຜູ້ປະສົບເຄາະຮ້າຍ. 
ເຫດ​ມີ​ຄົນ​ເສຍ​ຊີວິດ​ 39 ຄົນໃນ​ລົດ​ຕູ້ container: ກະຊວງຕໍາຫຼວດຫວຽດນາມ ພ້ອມ​ແລ້ວທີ່​ຈະ​ຈັດ​ສົ່ງ​ຄະນະ​​ໄປ​ປະຕິບັດ​ງານ​ຢູ່​ອັງ​ກິດ - ảnh 1ການໂອ້ລົມທາງໂທລະສັບລະຫວ່າງທ່ານໂຕເລິມ ແລະ ອົງການກ່ຽວຂ້ອງອັງກິດ  (ພາບ: kinhtethudo)

        ກ່ຽວຂ້ອງເຖິງເຫດມີຄົນເສຍຊີວິດ39 ຄົນໃນລົດຕູ້ container ຢູ່ ອັງກິດນັ້ນ, ຕອນບ່າຍວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Priti Patel, ລັດຖະມົນຕີກະຊວງພາຍໃນ ອັງກິດ ແລະ ອຽກລັງເໜືອ, ກ່ຽວກັບວຽກງານສົມທົບກັນຢ້ັງຢືນຊື່ ແລະ ນາມສະກຸນຂອງບັນດາຜູ້ປະສົບເຄາະຮ້າຍ ເຊິ່ງຖືກສົງໄສວ່າ ແມ່ນຖືສັນຊາດຫວຽດນາມ.

        ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ ປັດຈຸບັນ, ເລື່ອງຢັ້ງຢືນຂໍ້ມູນ, ຊື່ ແລະ ນາມສະກຸນຂອງບັນດາຜູ້ປະສົບເຄາະຮ້າຍ ແມ່ນຮີບດ່ວນທີ່ສຸດ. ດັ່ງນັ້ນ, ກະຊວງຕໍາຫຼວດຫວຽດນາມ ພ້ອມແລ້ວທີ່ຈະຈັດສົ່ງຄະນະໄປປະຕິບັດງານຢູ່ ອັງກິດ ເພື່ອສົມທົບກັບກໍາລັງຕໍາຫຼວດຂອງປະເທດນີ້ ສືບສວນ, ຢັ້ງຢືນຊື່ ແລະ ນາມສະກຸນບັນດາຜູ້ປະສົບເຄາະຮ້າຍ. ທ່ານລັດຖະມົນຕີ ໂຕເລິມ ສະເໜີໃຫ້ກະຊວງພາຍໃນ ອັງກິດ ສ້າງເງື່ອນໄຂສະດວກໃຫ້ແກ່ການປົກປ້ອງພົນລະເມືອງໃຫ້ຖືກຕ້ອງຕາມຂັ້ນຕອນລະບຽບການຂອງກົດໝາຍຂອງອັງກິດ, ຫວຽດນາມ ກໍຄືກົດໝາຍ ແລະ ທໍານຽມສາກົນ. ພ້ອມທັງປາດຖະໜາວ່າ ກະຊວງພາຍໃນ ອັງກິດມີມາດຕະການຮັບປະກັນຄວາມສະຫງົບ, ປອດໄພຂອງພົນລະເມືອງຫວຽດນາມ ທີ່ພວມຮໍ່າຮຽນ ແລະ ດໍາລົງຊີວິດຢູ່ ອັງກິດ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ