ເຫດລະເບີດຢູ່ ລີບັງ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໄດ້ຂຶ້ນຫລາຍກ່ວາ 5000 ຄົນ

(VOVWORLD) - ເຫດລະເບີດທີ່ເກີດຂຶ້ນຢູ່ນະຄອນຫລວງ Beirut ຂອງປະເທດ ລີບັງ ໃນວັນທີ 04 ສິງຫາ ໄດ້ສັ່ນສະເທືອນໄປທົ່ວໂລກ ຍ້ອນລະດັບຄວາມຮ້າຍແຮງຂອງມັນ ແລະ ໄດ້ທຳລາຍນະຄອນ Beirut ໄປເຄິ່ງໜຶ່ງ. 

ຕອນຄ່ຳວັນທີ 05 ສິງຫາ, ກະຊວງສາທາລະນະສຸກ ລີບັງ ໃຫ້ຮູ້ວ່າ:  ຈຳນວນຜູ້ເສຍຊີວິດຍ້ອນເຫດລະເບີດໄດ້ຂຶ້ນເຖິງ 135 ຄົນ, ມີ 80 ຄົນຫາຍສາບສູນ ແລະ ຜູ້ຮັບບາດເຈັບກ່ວາ 5000 ຄົນ.

ເຫດລະເບີດຢູ່ ລີບັງ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໄດ້ຂຶ້ນຫລາຍກ່ວາ 5000 ຄົນ - ảnh 1 ເຫດລະເບີດຢູ່ ລີບັງ (ພາບ: TTXVN)

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ລີບັງ Michel Aoun ໄດ້ຢັ້ງຢືນວ່າ ຈະເດັດດ່ຽວສືບສວນຫາສາຍເຫດຂອງການເກີດລະເບີດ ແລະ ບັງຄັບໃຫ້ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງມີຄວາມຮັບຜິດຊອບ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ລີບັງ ສາມັກຄີກັນ.

        ແລະກໍ່ໃນວັນທີ 05 ສິງຫາ, ກ່າວຄຳເຫັນທີ່ກອງປະຊຸມຄະນະລັດຖະບານ, ທ່ານປະທານາທິບໍດີ ລີບັງ Michel Aoun ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນຍູ້ໄວວຽກງານຊ່ວຍເຫຼືອອຸປະຖຳໃຫ້ແກ່ປະເທດນີ້ ພາຍຫລັງເກີດເຫດລະເບີດຢ່າງຮ້າຍແຮງໃນວັນທີ 04 ສິງຫາ ຢູ່ນະຄອນ Beirut.

        ປະຈຸບັນ, ບັນດາປະເທດພວມຮີບເຮັ່ງຈັດສົ່ງພາລະກອນການແພດ ແລະ ພາລະກອນກູ້ໄພກູ້ຊີບໄປຍັງ ລີບັງ ເພື່ອຊ່ວຍປະເທດນີ້ແກ້ໄຂສະພາບການດັ່ງກ່າວ. ວັນທີ 05 ສິງ, ທ່ານປະທານາທິບໍດີ ອີຣານ Hassan Rouhani ໃຫ້ຮູ້ວ່າ: ເຕເຮຣານ ພ້ອມແລ້ວທີ່ຈະໜູນຊ່ວຍພາລະກອນການແພດ ແລະ ຢຸກຢາໃຫ້ ລີບັງ ເພື່ອກອບກູ້ເອົາຊີວິດຜູ້ໄດ້ຮັບບາດເຈັບ. ນອກນັ້ນ, ປະເທດ ກາຕາ, ສະຫະພາບເອີຣົບ, ຝຣັ່ງ, ລັດເຊຍ ກໍ່ໜູນຊ່ວຍປະເທດ ລີບັງ.

        ແລະກໍ່ໃນວັນທີ 05 ສິງຫາ, ສະຫະປະຊາຊາດໃຫ້ຮູ້ວ່າ: ອົງການນີ້ພວມຮ່ວມມືຢ່າງແໜ້ນແຟ້ນກັບວົງການເຈົ້າໜ້າທີ່ ລີບັງ ເພື່ອໜູນຊ່ວຍບັນດາມາດຕະການແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດລະເບີດຢູ່ Beirut.

 

ຕອບກັບ

ຂ່າວ/ບົດ​ອື່ນ