ເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາ​ປະ​ເທດ ປະ​ຈຳ ຢູ່ ອາ​ຟ​ະ​ລິ​ກາ ໃຕ້ ຕີ​ລາ​ຄາ​ສູງ ວຽກ​ງານ ກະ​ກ​ຽມ ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຂອງ ຫວຽດ​ນາມ

(VOVWORLD) -ຫວຽດນາມ ພວມຕັ້ງໜ້າກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ຮັບປະກັນການຈັດຕັ້ງກອງປະຊຸມຢ່າງສຳເລັດຜົນ. 
ເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາ​ປະ​ເທດ ປະ​ຈຳ ຢູ່ ອາ​ຟ​ະ​ລິ​ກາ ໃຕ້ ຕີ​ລາ​ຄາ​ສູງ ວຽກ​ງານ ກະ​ກ​ຽມ ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຂອງ ຫວຽດ​ນາມ - ảnh 1ກອງປະຊຸມຂອງເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ອາຊຽນ ປະຈຳ ອາຟະລິກາໃຕ້(ພາບ: TTXVN)

ວັນທີ 27 ຕຸລາ, ຢູ່ກອງປະຊຸມກັບເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ອາຊຽນ ປະຈຳ ອາຟະລິກາໃຕ້,  ທ່ານເອກອັກຄະລັດຖະທູດ ຫວຽດນາມ ຮວ່າງວັນເລີ້ຍ ແຈ້ງໃຫ້ຊາບກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເຊິ່ງລວມມີ ການຄາດຄະເນລາຍການເຄື່ອນໄຫວ, ເນື້ອໃນກອງປະຊຸມ ແລະ ບັນຊີລາຍຊື່ເອກະສານສະບັບຕ່າງໆທີ່ຈະໄດ້ສະເໜີຕໍ່ການນຳຂັ້ນສູງ.

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຮວ່າງວັນເລີ້ຍ ເນັ້ນໜັກວ່າ ດ້ວຍຖານະເປັນ ປະທານ ອາຊຽນ 2020, ຫວຽດນາມ ພວມຕັ້ງໜ້າກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ຮັບປະກັນການຈັດຕັ້ງກອງປະຊຸມຢ່າງສຳເລັດຜົນ. ຄາດວ່າ ຈະມີ 11 ກອງປະຊຸມສຸດຍອດ ອາຊຽນ ຖືກດຳເນີນຜ່ານຮູບການທາງອອນລາຍ ແຕ່ວັນທີ 13 – 15 ພະຈິກ, ໃນນັ້ນ ມີກອງປະຊຸມສຸດຍອດ ອາຊຽນ 37 ແລະ ບັນດາກອງປະຊຸມສຸດຍອດລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື.

ຕີລາຄາກ່ຽວກັບວຽກງານກະກຽມແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຂອງ ປະເທດເຈົ້າພາບ ຫວຽດນາມ, ເອກອັກຄະລັດຖະບັນດາປະເທດ ອາຊຽນ ຢູ່ Pretoria ຕາງກໍໃຫ້ຂໍ້ສັງເກດວ່າ  ຫວຽດນາມ ບໍ່ພຽງແຕ່ປະຕິບັດວຽກງານພະລາທິການແກ່ກອງປະຊຸມໄດ້ເປັນຢ່າງດີເທົ່ານັ້ນ, ຫາກຍັງຕັ້ງໜ້າສະເໜີ ແລະ ຊຸກຍູ້ບັນດາບຸລິມະສິດ, ຂໍ້ລິເລີ່ມໃນປີ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການສ້າງປະຊາຄົມ ອາຊຽນ, ທັງມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ທັງຟື້ນຟູໄດ້ຢ່າງຮອບດ້ານ ອີກດ້ວຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ