ເອີ​ຣົບ ປະ​ກາດ​ນະ​ໂຍ​ບາຍ​ໃໝ່​ກ່ຽວ​ກັບ​ຊາວອົບ​ພະ​ຍົບ​ ແລະ ລີ້​ໄພ

(VOVWORLD) -ວັນທີ 23 ກັນຍາ, ຄະນະກຳມະການເອີຣົບ (EC) ໄດ້ປະກາດບັນດານະໂຍບາຍໃໝ່ກ່ຽວກັບຊາວອົບພະຍົບໄປ ແລະ ລີ້ໄພ, ໃນນັ້ນ ໄດ້ເພີ່ມພັນທະແບ່ງປັນຄວາມຮັບຜິດຊອບລະຫວ່າງບັນດາປະເທດສະມາຊິກໃນ ສະຫະພາບເອີຣົບ.
ເອີ​ຣົບ ປະ​ກາດ​ນະ​ໂຍ​ບາຍ​ໃໝ່​ກ່ຽວ​ກັບ​ຊາວອົບ​ພະ​ຍົບ​ ແລະ ລີ້​ໄພ - ảnh 1ບ່ອນລີ້ໄພຢູ່ ຊານນະຄອນຫຼວງ ປາຣີ (ພາບ: Le Monde)

        ໃນບັນດານະໂຍບາຍໃໝ່ໂດຍ EC ໄດ້ຍົກອອກມານັ້ນ, ມີ ຈຸດພົ້ນເດັ່ນ 2 ຢ່າງ. ໃນນັ້ນ, ແຕ່ລະປີ EC ຈະພິຈາລະນາ ແລະ ຍົກອອກຕົວເລກຄາດຄະເນ ກ່ຽວກັບຈຳນວນຊາວລີ້ໄພ ແລະ ອົບພະຍົບໄປຕັ້ງຖິ່ນຖານໃໝ່ ເຊິ່ງ ແຕ່ລະປະເທດສະມາຊິກຕ້ອງຮັບເອົາ.

        ທ່ານນາງ ປະທານ EC ໃຫ້ຂໍ້ສັງເກດວ່າ, ບັນດາຂໍ້ກຳນົດໃໝ່ນີ້ ຈະຊ່ວຍໃຫ້ EC ຫຼີກລ້ຽງບັນດາປະຕິກິລິຍາທີ່ຫຍໍ້ທໍ້ຈາກບັນດາປະເທດສະມາຊິກ.

        ຕາມເປົ້າໝາຍເຊິ່ງ EC ໄດ້ວາງອອກນັ້ນ, ບັນດານະໂຍບາຍໃໝ່ກ່ຽວກັບຊາວອົບພະຍົບ ແລະ ລີ້ໄພ ອາດຈະໄດ້ປະກາດໃຊ້ນັບແຕ່ປີ 2023.

ກວາງຢຸງ, ນັກຂ່າວ VOV ປະຈຳ ປາຣີ

ຕອບກັບ

ຂ່າວ/ບົດ​ອື່ນ