ເຮັດ​ແຈ້ງໜ້າທີ່​ຄວາມ​ຮັບຜິດຊອບຄຸ້ມ​ຄອງ​ລັດ ກ່ຽວກັບ​ການ​ສົ່ງ​​ແຮງ​ງານ​ໄປ​ເຮັດ​ວຽກຢູ່ ຕ່າງປະ​ເທ​ດ

(VOVWORLD) -ຕອນເຊົ້າວັນທີ 13 ກໍລະກົດ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນພິທີໄຂກອງປະຊຸມຄັ້ງທີ 46 ຂຶ້ນຢູ່ຮ່າໂນ້ຍ. 
ເຮັດ​ແຈ້ງໜ້າທີ່​ຄວາມ​ຮັບຜິດຊອບຄຸ້ມ​ຄອງ​ລັດ ກ່ຽວກັບ​ການ​ສົ່ງ​​ແຮງ​ງານ​ໄປ​ເຮັດ​ວຽກຢູ່ ຕ່າງປະ​ເທ​ດ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ຄະນະປະຈໍາສະພາແຫ່ງຊາດໄດ້ໃຫ້ຄໍາເຫັນກ່ຽວກັບບາງບັນຫາທີ່ຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ  (ສະບັບປັບປຸງ), ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບຄຸ້ມຄອງລັດ ກ່ຽວກັບເລື່ອງ ສົ່ງແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ.

        ສ່ວນໃນຕອນບ່າຍຂອງວັນດຽວກັນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ໃຫ້ຄໍາເຫັນກ່ຽວກັບການອະພິປາຍ, ຮັບເອົາຄໍາເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ ແລະ ການປະກາດໃຊ້ມະຕິກໍານົດກ່ຽວກັບ ປະກັນໄພຈຸລະພາກຂອງບັນດາອົງການຈັດຕັ້ງການເມືອງ - ສັງຄົມ. 

ຕອບກັບ

ຂ່າວ/ບົດ​ອື່ນ