ແກ່ຍາວເວລາແຍກຕົວສຳລັບຜູ້ຂີ່ຍົນມາຈາກເຂດ ໂຄວິດ-19 ສາຍພັນໃໝ່ ແຜ່ລະບາດ

(VOVWORLD) - ສຳລັບບາງຖ້ຽວບິນມາຈາກເຂດໂຄວິດ - 19 ສາຍພັນໃໝ່ແຜ່ລະບາດ, ຜູ້ເຂົ້າເມືອງຕ້ອງປະຕິບັດການແຍກຕົວດ້ວຍໄລຍະເວລາຫລາຍກ່ວາ 14 ວັນ. 

 

  ໂດຍເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ດຳເນີນໃນຕອນບ່າຍວັນທີ 15 ມັງກອນ ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ສຳລັບບາງຖ້ຽວບິນມາຈາກເຂດໂຄວິດ - 19 ສາຍພັນໃໝ່ແຜ່ລະບາດ, ຜູ້ເຂົ້າເມືອງຕ້ອງປະຕິບັດການແຍກຕົວດ້ວຍໄລຍະເວລາຫລາຍກ່ວາ 14 ວັນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ:

ໃນຖ້ຽວບິນທີ່ຮັບພົນລະເມືອງກັບຄືນ ປະເທດທັງໝົດ ຕ້ອງປະຕິບັດການແຍກຕົວ ແລະ ພິເສດແມ່ນຫລັງໄລຍະແຍກຕົວ ຕ້ອງຕິດຕາມຢ່າງເຂັ້ມງວດ. ໃນໄລຍະມໍ່ໆມານີ້ ພະຍາດໂຄວິດ - 19 ໄດ້ ກາຍເປັນສາຍພັນໃໝ່ ເຖິງວ່າຍັງໍ່ທັນສະຫລຸບຢ່າງເປັນທາງການເທື່ອກໍ່ຕາມ ແຕ່ດ້ວຍຈິດໃຈເຝົ້າລະວັງ, ເປັນຕົ້ນແມ່ນໃນລະດູໜາວນີ້, ພວກເຮົາຕ້ອງແກ່ຍາວໄລຍະເວລາແຍກຕົວໃຫ້ຜູ້ເຂົ້າເມືອງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ